ໄລຍະ​ທາງບົກ​ລະຫວ່າງ​ຈີນ-​ໄທ​ອາດ​ຈະ​ສັ້ນ​ເຂົ້າ​ເຖິງ 190 ກິ​ໂລ​ແມັດ
2017-03-16 11:46:50  cri 
​​ຕາມ​ຂ່າວສານ​ຊິນ​ຮວາ:ອຳ​ນາດ​ການ​ປົກຄອງ​ເມືອງ​ຈິງ​ຫົງ(ຊຽງຮຸ່ງ)​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານຈີນ​ໃຫ້​ຮູ້​ວ່າ,ປັດຈຸບັນ​ເມືອງ​ຂອງ​ຕົນພວມ​ວາງ​ແຜນ​ສ້າງ​​ເສັ້ນທາງ​ເມືອງ​ຫຼົງ-ບ້ານ​ດົງ​ແລະ​ຫຼັງສຳ​ເລັດ​ການ​ກໍ່ສ້າງ,​ເສັ້ນທາງ​ດັ່ງກ່າວຈະ​ຜ່ານ​ມຽນມາ​ໂດຍ​ກົງ​ເຂົ້າ​ສູ່​ປະ​ເທດ​ໄທ​ເຊິ່ງຈະ​ເຮັດ​ໃຫ້​ໄລຍະ​ທາງບົກ​ລະຫວ່າງ​ຈີນ-​ໄທ​ສັ້ນ​ເຂົ້າ​ເຖິງ 190ກິ​ໂລ​ແມັດ.
ທ່ານ​ເຫຼິຍຈູ້​ໜິ່ງ ນັກວິຊາການ​ສະຖ​າບັນ​ວິທະຍາສາດ​ສັງຄົມ​ແຂວງ​ຢຸນນານ​ກ່າວ​ວ່າ,ຈີນ​ໄດ້​ວາງ​ແຜນກໍ່ສ້າງ​ເສັ້ນທາງ​ນີ້​ມາ​ແຕ່​ດົນ​ແລ້ວ,​ແຕ່​ກໍ​ປະສົບ​ບັນຫາ​ຫຍຸ້ງຍາກ​ທັງ​ຕ້ອງ​ຂ້າມ​ຊາຍ​ແດນ​ແລະ​ເງື່ອນ​ໄຂທາງ​ພູມ​ສາດ​ແລະ​ວັດທະນະທຳ​ທີ່ຈະ​ຜ່ານ​ນັ້ນ​ມາ​ໂດຍ​ຕະຫຼອດ, "​ແຕ່​​ແນວ​ໃດ​ກໍ​ດີ​ຖ້າ​ສຳ​ເລັດ​ການ​ກໍ່ສ້າງ,​ເສັ້ນທາງ​ດັ່ງກ່າວ​ຈະ​ກາຍ​ເປັນ​ທາງບົກ​ທີ່​ໃກ້​ທີ່​ສຸດ​ລະຫວ່າງ​ຈີນ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະທີ່​ສຳຄັນ​ທັງ​ຈີນ,ມຽນມາ​ແລະ​ໄທກໍ​ລ້ວນ​ແຕ່​ຈະໄດ້​ຮັບ​ຜົນ​ປະ​ໂຫຍ​ດ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ