ເປີດ​ນຳ​ໃຊ້ເຄ​ເບິນ​ໃຍ​ແສງ​ສາຍ​ທຳ​ອິດ​ຂອງ​ປະ​ເທດ​ກຳປູ​ເຈຍ​​ຢ່າງ​ເປັນ​ທາງ​ການ
2017-03-16 15:50:35  cri 
​​ຕາມ​ຂ່າວສານ​ຈີນ:​ເຄ​ເບິນ​ໃຍ​​ແສງ​ສາຍ​ທຳ​ອິດ​ຂອງ​ປະ​ເທດ​ກຳປູ​ເຈຍ​ທີ່​ລົງທຶນ​ປະມານ 80 ລ້ານ​ໂດ​ລາ​ສະຫະລັດ​ໄດ້​ເລີ່​ມນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 15 ມີນາ​ນີ້​​ແລະ​ກາຍ​ເປັນ​ການສິ້ນ​ສຸດ​ປະຫວັດສາດ​ທີ່​ຢື​ມ​ໃຊ້ຈາກ​​ປະ​ເທດ​ໄທ​ຫຼືຫວຽດນາມ​ກ່ອນ​ໜ້າ​ນີ້​ແລະ​ໄດ້​​ໄຂ​ສັງ​ກາດ​ໃໝ່​​ໃນ​ການ​ຕິດ​ຕໍ່​ສື່ສານໂດຍ​ກົງກັບອາຊີ​ແລະ​​ອາຊຽນ.
ທັງ​ນີ້​ເຄ​ເບິ​ນສາຍ​ນີ້​ໄດ້ "ນຳ​ໃຊ້​ເຕັກນິກ​ສົ່ງ 100 ​Gbps ທີ່​ກ້າວໜ້າ​ເຊິ່ງສາມາດ​ຍົກ​ຄວາມ​ໄວ​ຂອງ​ເຄືອ​ຂ່າຍ​ເຖິງ 30 Tbps ຕໍ່​ໜຶ່ງ​ວິນາທີ​ແລະ​ສາມາດ​ເຊື່ອມ​ໂຍງ​ກັບ​ອາຊີ​ແລະ​ປະ​ເທດ​​ໃນອາ​ຊຽນ​ໂດຍ​ກົງ​ໂດຍ​ບໍ່​ຕ້ອງຜ່ານ​​ໄທ​ຫຼືຫວຽດນາມພ້ອມ​ທັງໄດ້​ຍົກ​ສູງປະສິດທິພາບ​ການ​ສື່ສານ​ຂອງ​ທ້ອງ​ຖິ່ນ​ແລະ​ຫຼຸດຕົ້ນ​ທຶນ​ການ​ເກັບ​ຄ່າ​ບໍລິການທັງ​ມີ​ຜົນ​ດີ​ຕໍ່​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ພາຍ​ນອກ​ເຂົ້າສູ່​ກຳປູ​ເຈຍ.
​ແນວ​ໃດ​ກໍ​ດີ,ກະຊວງ​ໄປສະນີ​ໂທລະ​ຄົມ​ກຳປູ​ເຈຍ​ໄດ້​ອອກ​ໃບ​ອະນຸຍາດ​ທຸລະ​ກິດ​ເຄ​ເບິນ​ໃຕ້​ທະ​ເລ​ໃຫ້​ບໍລິສັດ​ໂທລະ​ຄົມ 3 ​ແຫ່ງ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ