ແຂວງ​ໄຫ​ຫຼຳ​ໂຄສະນາ​ການທ່ອງທ່ຽວ​ຢູ່​ຟິລິບ​ປິນ
2017-03-16 16:28:30  cri 
​ຕາມ​ຂ່າວສານ​ຈີນ:ການໂຄສະນາ​ການທ່ອງທ່ຽວ​ແຂວງ​ໄຫ​ຫຼຳ​ໃນຫົວ​ຂໍ້​ວ່າ "ສຳຜັດ​ກັບ​ແຂວງ​ໄຫ​ຫຼຳ"​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງມະນີ​ລາ​ປະ​ເທດ​ຟິລິບ​ປິນ​​ເມື່ອ​ວັນ​ທີ 15 ມີນາ​ນີ້​ແລະ​ເນື່ອງ​ຈາກ ປີ​ນີ້​ເປັນ​ປີຮ່ວມ​ມື​ກາ​ນທ່ອງ​ທ່ຽວ​ຈີນ-ອາ​ຊຽນ,​ແຂວງ​ໄຫ​ຫຼຳຈຶ່ງໃຊ້​ໂອກາດ​ນີ້​ບຸກ​ເບີກ​ຕະຫຼາດ​ແຫຼ່ງທ່ອງ​ທ່ຽວ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.
ທ່ານ​ໂຈ່​ວຜີ​ງ ຮອງ​ຫົວໜ້າ​ຄະນະ​ກຳມະການ​ທ່ອງ​ທ່ຽວ​ແຂວງ​ໄຫຫຼຳກ່າວ​​ວ່າ,​ແຜນຈັດ​ຖ້ຽວ​ບິນ​ໂດຍ​ກົງ​ແຕ່​ເມືອງ​ໄຫ​ໂຂ່ວຫາ​ມະ​ນີລາ​ແລະ​ເຊ​ບູທີ່​ດຳ​ເນີນທຸລະ​ກິດ​ໂດຍ​ບໍລິສັດ​ບໍລິການ​ການບິນ​ປະສົມ​ໄຫ​ຫຼຳຈະ​ເປີດ​ບໍລິການ​ພາຍ​ໃນ​ປີ​ນີ້​ແລະ​ຈະ​ເປັນ​ການ​ເປີດຖ້ຽວ​ບິນ​ໂດຍ​ກົງ​ເທື່ອ​ທຳ​ອິດ​ລະຫວ່າງ​ໄຫ​ຫຼຳ​ແລະ​ຟິລິບ​ປິນ.
ປັດຈຸບັນ,ນັກ​ທ່ອງ​ທ່ຽວ​ຟິລິບປິນ​ໄປ​ທ່ຽວ​ໄຫ​ຫຼຳມີ​ຄວາມ​ສະດວກ​ໃນ​ການ​ຂໍວີ​ຊາ​ກັບ​ດ່ານ​ແລະ​ຄະນະ​ທ່ອງ​ທ່ຽວ​ຟິລິບ​ປິນ​ແຕ່ 5 ຄົນ​ຂຶ້ນ​​ໄປ​ກໍ​ຈະ​ໄດ້​ຮັບ​ນະ​ໂຍບາຍ​ຍົກ​ເວັ້ນວີ​ຊາ​ທ່ຽວ​ໄຫ​ຫຼຳ 15 ວັນຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ