ມີ​ຜູ​ເສຍ​ຊີວິດ 30 ຄົນ​ຈາກ​ການ​ໂຈມ​ຕີສານ​ແຫ່ງ​ໜຶ່ງຢູ່​ນະຄອນຫຼວງຊີ​ລີ​
2017-03-16 17:43:27  cri 

ຕາມ​ຂ່າວສານ​ຊິນ​ຮວາ:ສານ​ແຫ່ງ​ໜຶ່ງ​ຢູ່​ນະຄອນຫຼວງດາ​ມັສປະ​ເທດ​ຊີ​ລີ​ໄດ້​ຖືກ​ໂຈມ​ຕີ​ແບບ​ສະຫຼະຊີບ​ໃນ​ວັນ​ທີ 15 ມີນາ​ນີ້ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍ 30 ຄົນ​ເສຍ​ຊີວິດ​ແລະ​ອີກ 45 ຄົນ​ບາດ​ເຈັບ.

ສະຖານີ​ໂທລະພາບ​ຊີ​ລີລາ​ຍງານ​ວ່າ,​ເຫດ​ດັ່ງກ່າວເກີດ​ຂຶ້ນ​ໃນ​ເວລາ​ປະມານ 13 ​ໂມງ 20 ນາທີ​ຕາມ​ເວລາ​ທ້ອງ​ຖິ່ນ​ໂດຍຜູ້​ຫຼອນ​ໂຈມ​ຕີ​ຜູ້​ໜຶ່ງ​ໄດ້​ບຸກ​ເຂົ້າ​ຊ່ອງ​ທາງ​ກວດກາ​ຄວາມ​ປອດ​ໄພ​ແລະ​​ໄດ້ລະ​ເບີດ​ເສື້ອ​ກັກ​ຂອງ​ຕົນຂະນະ​ທີ່​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດພວມ​ກວດກາ​​ມວນ​ຊົນ​ທີ່​ເຂົ້າ​ສານຕາມ​ປົກກະຕິ.


​ຂ່າວ​ແຈ້ງວ່າ,ການ​ທີ່ຜູ້​ຫຼອນ​ໂຈມ​ຕີກໍ່​ເຫດ​ໃນ​ຂະນະ​ທີ່​ມີ​ຄົນຫຼາຍທີ່​ສຸດ​ນັ້ນ​ກໍ​ເພື່ອ​​ເຮັດ​ໃຫ້​ເກີດ​​ການ​ເສຍ​ຊີວິດ​​ໄດ້ຫຼາຍກວ່າ​​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ