ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​​ໃຫ້​ບັນດາ​ຝ່າຍ​ຢຸດ​ການ​ປະ​ທະ​ກັນ​ຢູ່​ຊີຣີຢ່າງ​ຮີບ​ດ່ວນ
2017-03-16 11:13:09  cri 
ຕາມ​ຂ່າ​ວສານ​ຊິນ​ຮວາ: ທ່ານ​ອັນ​ໂທ​ນິ​ໂອ ກູ​ເທີ​ເຣສ໌ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ເນື່ອງ​ໃນ​ໂອກາດ​ວັນ​ຄົບຮອບ 6 ປີ​ຂອງ​ການ​ເກີດວິ​ກິດ​ການ​ຊີຣີ​​ໂດຍໃນ​ວັນ​ທີ 15 ມີນາ​ນີ້ ​​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​​ໂລກ​ໃຊ້​ຄວາມ​ກົດ​ດັນ​ຕໍ່​ບັນດາ​ຝ່າຍ​ຂອງ​ຊີຣີ ​ແລະ​ຊຸກຍູ້​ໃຫ້ການ​ເຈລະຈາ​ສັນຕິພາບ​ເຊີ​ແນວ​ກ່ຽວ​ກັບ​ບັນຫາ​ຊີຣີ​ໄດ້​ຮັບ​ຜົນສຳ​ເລັດ ​ເພື່ອຢຸດການ​ປະ​ທະ​ກັນ​ໂດຍ​ໄວ.

ຖະ​ແຫຼ​ງການ​ລະບຸ​ວ່າ, 6 ປີ​ຜ່ານມາ​, ປະຊາຊົນ​ຊີຣີ​ເປັນ​ຜູ້​​ໄດ້​ຮັບ​ເຄາະ​ຮ້າຍ​ໃນ​ທ່າມກາງ​ຂອງ​ການປະ​ທະ​ກັນ​ຢ່າງໜັກ​ໜ່ວງ​ທີ່​ສຸດ​ໃນ​ສະ​ໄໝ​ນີ້ມາ​ໂດຍ​ຕະຫຼອດ​ ​ແລະ​ເນື່ອງ​ໃນ​ໂອກາດ​​ການ​ປະ​ທະ​ກັນ​​ໄດ້ກ້າວ​ເຂົ້າ​ສູ່​ປີ​ທີ 7 , ທ່ານ​ກູ​ເທີ​ເຣສ໌​ໄດ້​​ຮຽກຮ້ອງ​​ໃຫ້​ບັນດາ​ຝ່າຍ​​ທີ່ປະ​ທະ​ກັນປະຕິບັດ​ສອງ​ຂໍ້​ໂດຍ​ດ່ວນ ຄື​ໃຫ້​ປະຕິບັດຕາມ​ສັນຍາ​ຢຸດ​ຍິງ​ທີ່ຕົກລົງ​ກັນ​ ​ແລະ​​ໃຫ້ເກີດ​ຜົນ​​ເປັນ​ຈິງໃນ​ວັນ​ທີ 30 ທັນວາ 2016 ​ແລະ​ຮັບປະກັນ​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ສາມາດ​​ຊ່ວຍ​ເຫຼືອ​​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງປະຊາຊົນ​ຊີຣີ.

ນັບ​ແຕ່​ຊີຣີ​ເກີດ​ການ​ປະ​ທະ​ກັນ​ໃນ​ເດືອນ​ມີນາ 2011 ​ເປັນ​ຕົ້ນ​ມາ, ​ໄດ້​ເຮັດ​ໃຫ້ມີ​ຄົນ​ເສຍ​ຊີວິດ 3 ​ແສນ​ກວ່າ​ຄົນ​, ປະຊາກອນ​ເຄິ່ງໜຶ່ງ​ຂອງ​ຊີຣີຕ້ອງ​ພັດ​ຖິ່ນ ​ແລະ 13 ລ້ານ 5 ​ແສນ​ຄົນ​ຕ້ອງການ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ