ຮອງ​ນາຍົກ​ກຳປູ​ເຈຍ​ເຖິງ​ແກ່​ກຳ​ແລ້ວ
2017-03-16 18:19:25  cri 
ຕາມ​ຂ່າວສານ​ຊິນ​ຮວາ: ລັດຖະບານ​ລາຊະ​ອານາຈັກ​ກຳປູ​ເຈຍ​ໄດ້​ແຈ້ງ​ຂ່າວ​ເສົ້າ​ສະຫຼົດ​ໃຈໃນ​ວັນ​ທີ 15 ມີນາ​ນີ້​ວ່າ, ທ່ານ​ຊົກ​ອັນ ວິ​ບຸນ​ປັນຍາ ຮອງ​ນາຍົກ​ລັດຖະມົນຕີ ທັງ​​ເປັນ​ລັດຖະມົນຕີ​ຫ້ອງ​ວ່າການ​ລັດຖະບານ​ໄດ້​​ເຖິງ​ແກ່​ກຳ​ຢູ່​​ໂຮງໝໍ​ແຫ່ງໜຶ່ງ​ຂອງນະຄອນຫຼວງ​ປັກ​ກິ່ງ​ປະ​ເທດ​ຈີນ​ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ ​ລວມມີ​ອາຍຸ​ໄດ້ 66 ປີ.

ທ່ານ​ຊົກ​ອັນ ​ເປັນ​ນັກ​ການ​ເມືອງ​ທີ່​ມີ​ຊື່​ສຽງ​ຂອງ​ກຳປູ​ເຈຍ ​ແລະ​ເປັນກຳມະການ​ປະຈຳ​ພັກ​ປະຊາຊົນ​ກຳປູ​ເຈຍ. ທ່ານ​ດຳລົງ​ຕຳ​ແໜ່​ງລັດຖະມົນຕີ​ຫ້ອງ​ວ່າການ​ລັດຖະບານ ​ແລະ​ລັດຖະມົນຕີ​ມົນຕີ​ລັດຖະກິດ​ມາ​ແຕ່​ປີ 1998 ​ແລະ​ເປັນ​ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ຫ້ອງ​ວ່າການ​ລັດຖະບານ ​ແຕ່​ປີ 2004. ສົມ​ເດັດ​ໂນ​ໂລ​ດົມ ສີ​ຫາ​​ໂມ​ນີ ​ເຈົ້າ​ຊີວິດ​ກຳປູ​ເຈຍ​​ໄດ້​ມອບ​ບັນດາສັກຊັ້ນ​ສົມ​ເດັດ​ໃຫ້​ທ່ານ​ຊົກ​ອັນ ​ໃນ​ວັນ​ທີ 13 ມີນານີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ