ບໍລິສັດປະກັນໄພສິນເຊື່ອການສົ່ງອອກຈີນຫຼື Sinosure ເປີດເຜີຍໃນວັນທີ 16 ມີນານີ້ວ່າ: ນັບແຕ່ປີ2013ຫາເດືອນມັງກອນ2017ນີ້, ບໍລິສັດຕົນໃຫ້ການປະກັນໄພແກ່ປະເທດລຽບຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ"ທີ່ມີມູນຄ່າການລົງທຶນແລະການສົ່ງອອກເຖິງ 423 ຕື້ 100 ລ້ານໂດລາສະຫະລັດໂດຍຈະປະຕິບັດສັນຍາຈ່າຍຄ່າທົດແທນຫຼາຍກວ່າ 1 ຕື້ 600 ລ້ານໂດລາສະຫະລັດ ໃນນີ້, ປີ2016 ໄດ້ໃຫ້ການປະກັນໄພ 303 ໂຄງການແຫ່ງຊາດຂອງປະເທດລຽບຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ມູນຄ່າ 113 ຕື້ 310 ລ້ານໂດລາສະຫະລັດ.
ບໍລິສັດ Sinosure ໃຫ້ຮູ້ວ່າ: ນັບແຕ່ປີ 2013 ເປັນຕົ້ນມາ, ບໍລິສັດຕົນໄດ້ໃຫ້ການປະກັນໄພ 1062 ໂຄງການສຳຄັນເປັນຕົ້ນໂຮງງານໄຟຟ້າພະລັງງານລົມດາວຸດ (Dawood)ປາກິສະຖານ, ສາຍທໍ່ສົ່ງອາຍແກັສທຳມະຊາດອາຊີກາງ, ທາງລົດໄຟຄວາມໄວສູງອັງກາລາ-ອິສຕານບູນປະເທດຕວກກີແລະອື່ນໆ ແລະການປະກັນໄພກໍໄດ້ປົກຄຸມຫຼາຍຂົງເຂດເປັນຕົ້ນຄົມມະນາຄົມຂົນສົ່ງ,ອຸປະກອນນ້ຳມັນເຊື້ອໄຟ,ໂຄງການພະລັງງານໄຟຟ້າ,ການກໍ່ສ້າງເຮືອນ,ອຸປະກອນໂທລະຄົມການສື່ສານແລະອື່ນໆ.
ການກໍ່ສ້າງພື້ນຖານໂຄງລ່າງເປັນຂົງເຂດບຸລິມະສິດຂອງການກໍ່ສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ທັງເປັນການຄ້ຳປະກັນທີ່ສຳຄັນໃນການສ້າງຄວາມຮັ່ງມີໃຫ້ແກ່ບັນດາປະເທດພ້ອມດ້ວຍປະຊາຊົນທີ່ຢູ່ລຽບຕາມເສັ້ນທາງສາຍໄໝ. ບໍລິສັດ Sinosure ສະໜັບສະໜູນຈີນແລະບັນດາປະເທດລຽມຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ"ໃນການຮ່ວມກັນສ້າງ 6 ແລວທາງຮ່ວມມືເສດຖະກິດສາກົນເປັນຕົ້ນ ຂົວຕໍ່ແຜ່ນດິນໃຫຍ່ເອີຣົບ-ອາຊີໃໝ່, ຈີນ-ອາຊີກາງ-ອາຊີຕາເວັນຕົກ,ຈີນ-ແຫຼມອິນດູຈີນແລະອື່ນໆ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງຂອງປະເທດເຫຼົ່ານີ້.