ບໍລິສັດ​ປະກັນ​ໄພ​ຈີນປະກັນ​ໄພ​ແກ່​ປະ​ເທດ​ລຽບ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ ​ກວ່າ420 ຕື້​ໂດ​ລາ​ສະຫະລັດ
2017-03-17 11:13:32  cri 
ບໍລິສັດ​ປະກັນ​ໄພ​ສິນ​ເຊື່ອ​ການ​ສົ່ງ​ອອກ​ຈີນຫຼື Sinosure ​ເປີດ​ເຜີຍ​ໃນ​ວັນ​ທີ 16 ມີນານີ້​ວ່າ: ​ນັບແຕ່​ປີ2013​ຫາ​ເດືອນ​ມັງກອນ2017​ນີ້, ບໍລິສັດ​ຕົນ​ໃຫ້ການ​ປະກັນ​ໄພ​​ແກ່​ປະ​ເທດ​ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທີ່​ມີ​ມູນ​ຄ່າ​ການ​ລົງທຶນ​ແລະ​ການ​ສົ່ງ​ອອກ​ເຖິງ 423 ຕື້ 100 ລ້ານ​ໂດ​ລາ​ສະຫະລັດ​ໂດຍ​ຈະປະຕິບັດ​ສັນຍາ​ຈ່າຍ​ຄ່າ​ທົດ​ແທນຫຼາຍ​ກວ່າ 1 ຕື້ 600 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ນີ້, ປີ2016 ​ໄດ້​ໃຫ້ການ​ປະກັນ​ໄພ 303 ​ໂຄງການ​ແຫ່ງ​ຊາດຂອງ​ປະ​ເທດ​ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ມູນ​ຄ່າ 113 ຕື້ 310 ​ລ້ານ​ໂດ​ລາ​ສະຫະລັດ.

ບໍລິສັດ Sinosure​ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ບໍລິສັດ​ຕົນ​ໄດ້​ໃຫ້ການ​ປະກັນ​ໄພ​ 1062 ​ໂຄງການ​ສຳຄັນ​ເປັນ​ຕົ້ນ​ໂຮງງານ​ໄຟຟ້າ​ພະລັງງານ​ລົມດາ​ວຸດ (Dawood)ປາກິສະຖານ, ສາຍ​ທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ອາຊີ​ກາງ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ອັງກາ​ລາ-ອິສຕານ​ບູນປະ​ເທດ​ຕວກກີ​ແລະ​ອື່ນໆ​​ ​ແລະການ​ປະກັນ​ໄພ​ກໍໄດ້ປົກ​ຄຸມ​ຫຼາຍ​ຂົງ​ເຂດ​ເປັນ​ຕົ້ນ​ຄົມມະ​ນາ​ຄົມ​ຂົນ​ສົ່ງ,ອຸປະກອນ​ນ້ຳມັນ​ເຊື້ອ​ໄຟ,​ໂຄງການ​ພະລັງງານ​ໄຟຟ້າ,ການ​ກໍ່ສ້າງ​​ເຮືອນ,ອຸປະກອນ​ໂທລະ​ຄົມ​ການ​ສື່ສານ​ແລະ​ອື່ນໆ​.

ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເປັນ​ຂົງ​ເຂດ​ບຸລິມະສິດ​ຂອງ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທັງ​ເປັນ​ການ​ຄ້ຳປະກັນທີ່ສຳຄັນໃນການສ້າງຄວາມຮັ່ງມີ​ໃຫ້​ແກ່ບັນດາ​ປະ​ເທດ​ພ້ອມ​ດ້ວຍ​ປະຊາຊົນ​ທີ່ຢູ່​ລຽບ​ຕາມ​ເສັ້ນທາງ​ສາຍ​ໄໝ. ບໍລິສັດ Sinosure​ ສະໜັບ​ສະ​ໜູນຈີນ​​ແລະ​ບັນດາ​ປະ​ເທດ​ລຽມ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໃນ​ການຮ່ວມ​ກັນ​ສ້າງ​ 6 ​ແລວ​ທາງ​​ຮ່ວມ​ມື​ເສດຖະກິດ​ສາກົນ​ເປັນ​ຕົ້ນ ​ຂົວ​​ຕໍ່​ແຜ່ນດິນ​ໃຫຍ່​ເອີຣົບ-ອາຊີ​ໃໝ່, ຈີນ-ອາຊີ​ກາງ-ອາຊີ​ຕາ​ເວັນ​ຕົກ,ຈີນ-​ແຫຼມ​ອິນດູຈີນ​ແລະ​ອື່ນໆ ​ເຊິ່ງ​ໄດ້ປະກອບສ່ວນສຳຄັນເຂົ້າ​ໃນ​ການ​ຊຸກຍູ້​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​​ເຫຼົ່ານີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ