ຮອງ​ນາຍົກ​ຈີນ​ຕ້ອນຮັບ​ເຈົ້າ​ໜ້າ​ທີ່​ການ​ທະຫານ​ປາ​ກິ​ສະຖານ
2017-03-17 16:48:27  cri 


ທ່ານ​ຈ່າງ​ກ່າວ​ລີ້ ກຳມະການປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູນິດ​ຈີນ, ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານ​ຄາ​ມາ ຈາ​ເວັດ ​ບາ​​ເຈ​ວາ ​ຫົວໜ້າກົມໃຫຍ່ເສນາ​ທິການກອງທັບ​ບົກ​ປາ​ກິ​ສະຖານ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 16 ມີນາ​ນີ້.


​ໂອກາດ​ດັ່ງກ່າວ, ທ່ານ​ຈ່າງ​ກ່າວ​ລີ້​ຢືນຢັນ​ວ່າ ຈີນ-ປາ​ກິ​ສະຖານ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຕະຫຼອດ​ການໂດຍເຫັນໄດ້ຈາກ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສາຍ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້ກ້າວໜ້າຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ, ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດໄປມາຫາສູ່​ກັນ​​ເລື້ອຍໆ, ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ​ກັນ​ທາງ​ຍຸ​ດທະ​ສາດໄດ້​ເພີ່ມ​ທະວີ​ຂຶ້ນ​ເປັນ​ປະຈຳ, ສອງ​ຝ່າຍ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ການ​ຊຸກຍູ້​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ຜົນສຳ​ເລັດ​ໃໝ່. ສອງ​ຝ່າຍ​ໄດ້​ປະຕິບັດ​ຕາມ​ຄວາມ​ເປັນ​ເອກະ​ພາບ​ກັນ​ຂອງ​ຜູ້​ນຳ​ສອງ​ປະ​ເທດ​ທີ່ໄດ້​ຕົກລົງ​ຮ່ວມ​ກັນ ​ໂດຍ​ໄດ້​ຮັກສາ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ, ຊຸກຍູ້​ການ​ກໍ່ສ້າງ​ແລວ​ທາງ​ເສດຖະກິດ​ຈີນ-ປາ​ກິ​ສະຖານ​ຢ່າງ​​ເປັນ​ລະບຽບ​ຕາມ​ຫຼັກ​ວິທະຍາສາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດ, ປະສານ​ສົມທົບ​ຢ່າງ​ໃກ້ຊິດ​ໃນ​ວຽກ​ງານ​ສາກົນ​ກໍຄື​ພາກ​ພື້ນ ​ແລະ​ຊຸກຍູ້​ສາຍ​ພົວພັນ​ຈີນ-​ປາ​ກິ​ສະຖານ​ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ທ່ານ​ບາ​ເຈ​ວາຢືນຢັນ​ວ່າ ກອງທັບ​ປາ​ກິ​ສະຖານ​ເປັນ​ຜູ້​ສະໜັບສະໜູນ​ສາຍ​ພົວພັນ​ມິດຕະພາບ​ປາ​ກິ​ສະຖານ-ຈີນ​ຢ່ງ​ເດັດດ່ຽວ​ໜຽວ​ແໜ້ນ​ແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍທັງໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ກໍ່ສ້າງ​ແລວ​ທາງ​ເສດຖະກິດ​ປາ​ກິ​ສະຖານ-ຈີນ ​ແລະ​ຈະ​ເດັດດ່ຽວ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ແລວ​ທາງ​ເສດຖະກິດ​ແລະ​ຮັບປະກັນ​ໃຫ້ແກ່ການ​ກໍ່ສ້າງ​ແລວ​ທາງ​ເສດຖະກິດ​ມີ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ