ຈັດ​ງານ​ວາງສະ​ແດງ​ຮູບ​ພາບ​ອັງ​ກໍ​ວັດ​ຢູ່​ນະຄອນຫຼວງປັກ​ກິ່ງ
2017-03-17 16:32:40  cri 

"ຄວາມ​ຝັນ​ແຫ່ງ​ອັງ​ກໍ​ວັດ ງານ​ວາງສະ​ແດງ​ຮູບ​ພາບ​ທີ່​ຖ່າຍ​ໂດຍ​ທ່ານ​ເສີນຫຼີ​ເຊິ​ງ" ​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 16 ມີນາ​ນີ້ຢູ່​ນະຄອນຫຼວງປັກ​ກິ່ງ ສປ ຈີນ ​ແລະ​ຈະ​ດຳ​ເນີນເປັນ​ເວລາ 16 ວັນ  ​​ໂດຍ​ສຳນັກ​ພິມ​ຈຳໜ່າຍ​ຮູບ​ພາບ​ຈີນ, ຫໍວິຈິດ​ສິນ​ທັດສະນີ​ຍະ​ພາບ ວັດທະນະທຳ ​ແລະ ສວນ​ອຸທິຍານ ​ເປັນ​ຜູ້​ຈັດ ​ແລະ ​ສະຖານທູດ​ຈີນ​ປະຈຳ​ກຳປູ​ເຈຍ ຊ່ວຍ​ປະສານ​ງານ, ຂະນະ​ທີ່​ທ່ານ​ເຄັກ ສີ​ໂຊດາ ​ເອກ​ອັກ​ຄະ​ລັດຖະທູດ​ກຳປູ​ເຈຍ​ປະຈຳ​ຈີນ​ໄດ້​ຂຽນ​ຄຳ​​ເຫັນ​ໃນງານ​ວາງສະ​ແດງ ​ທັງ​ເຂົ້າຮ່ວມ​ພິທີ​ເປີດ​ສາກ​ອີກ​ດ້ວຍ.

ທ່ານ​ເສີນຫຼີ​ເຊິ​ງ ​ແມ່ນ​ຜູ້​ຊ່ວຍ​ຫົວໜ້າ​ຫໍພິພິທະ​ພັນ​ແຫ່ງ​ຊາດ​ຈີນ ​ເຊິ່ງກ່ອນ​ໜ້າ​ນີ້ ຄື ​ເດືອນ​ຕຸລາ​ປີ 2016, ທ່ານ​ໄດ້​ເດີນທາງ​ທັດສະນະ​ສຶກສາ​ຫໍພິພິທະ​ພັນ​ແລະ​ຮ່ອງຮອຍ​ວັດທະນະທຳ​ປະຫວັດສາດ​ກຳປູ​ເຈຍ ​ແລະ​ໄດ້​ບັນທຶກ​ຮູບ​ພາບ​ຕ່າງໆ​ຂອງ​ປະ​ເທດ​ດັ່ງກ່າວ, ສ່ວນ​ຜົນງານຮູບ​ພາບ​ 140 ພາບ​ທີ່​ນຳ​ມາ​ວາງສະ​ແດງ​ເທື່ອ​ນີ້​​ໄດ້ຄັດ​ເລືອກ​ຈາກກວ່າ 6.000 ພາບ ​ເຊິ່ງຮູບ​ພາບ​ຕ່າງໆນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສະພາບປັດຈຸບັນ​ຂອງກຸ່ມ​ສະຖາປັດຕະຍະ​ກຳ​ທີ່​ກໍ່ສ້າງ​ໃນ​ສະ​ໄໝ​ລາຊະວົງ​ອັງ​ກໍ ທັງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຮຸ່ງ​ເຮືອງຂອງ​ປະຫວັດສາດ ​ແລະ ຫົວຄິດ​ປະດິດ​ສ້າງ​ອັນ​ເລີດ​ລ້ຳ​ຂອງ​ຊົນ​ເຜົ່າ​ຂະ​ແໝ.

ທ່ານ​ສີ​ໂຊດາ ​​ເອກ​ອັກຄະ​ລັດຖະທູດ​ກຳປູ​ເຈຍ​ປະຈຳ​ຈີນ ໄດ້ກ່າວ​ໃນ​ພິທີ​ເປີດ​ງານ​ວາງສະ​ແດງ​ດັ່ງກ່າວວ່າ: ງານ​ວາງສະ​ແດງ​ຄັ້ງນີ້​ມີ​ຄວາມ​ໝາຍ​ເປັນ​ພິ​ເສດ​ຕໍ່​ການ​ຊຸກຍູ້​ໄມ​ຕີ​ຈິດ​ມິດຕະພາບ​ລະຫວ່າງ​ກຳປູ​ເຈຍ-ຈີນ ກໍ​ຄືການ​ຖອດ​ຖອນ ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ