ລັດຖະບານ​ໄທ​ອະນຸມັດ​ແຜນ​ປະຕິ​ຮູບ​ແລະ​ຍຸດ​ທະ​ສາດແຫ່ງ​ຊາດ​
2017-03-17 16:34:33  cri 

ທ່ານ​ວິລະ​ຊົນ ສຸຄົນ​ທະ​ປະຕິພາກ ຮອງ​ໂຄສົກ​ລັດຖະບານ​ໄທ ກ່າວ​ໃນ​ວັນ​ທີ 16 ມີນາ​ນີ້​ວ່າ: ລັດຖະບານ​ໄດ້​ອະນຸມັດ​ແຜນ​ການ​ປະຕິ​ຮູບ ​ແລະ ​ແຜນຍຸດ​ທະ​ສາດ​ແຫ່ງ​ຊາດ ​ເພື່ອ​ພັດທະນາ​ປະ​ເທດ​ໃນ 20 ປີ​ຂ້າງ​ໜ້າ.

ຫຼັງລົງປະຊາ​ມະຕິ​​ຮັບຮອງ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ເມື່ອ​ເດືອນ​ສິງຫາ​ປີຜ່ານມາ, ລັດຖະບານ​ໄທ​ໄດ້​ສຸມ​ໃສ່​ວາງ​ແຜນພັດທະນາ​ແຫ່ງ​ຊາດ​ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ນະ​ໂຍບາຍຂອງ​ລັດຖະບານ​ຢ່າງ​ຕໍ່​ເນື່ອງ ທັງ​ກຳນົດ​ທິດ​ທາງ​ພັດທະນາ​ປະ​ເທດ​ໃນ 20 ປີ​ຂ້າງ​ໜ້າ. ທັງ​ນີ້, ທ່ານ​ວິລະ​ຊົນ ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ຂອງ​ກົມປະຊາ​ສຳພັນ ກະຊວງ​ການ​ຕ່າງປະ​ເທດ​ໄທ​ໃນ​ວັນ​ດັ່ງກ່າວ​ວ່າ: ແຜນການ​ປະຕິ​ຮູບ​ແຫ່ງ​ຊາດ​ໃນ​ຖານະ​ເປັນ​ພື້ນຖານ​ຍຸດ​ທະ​ສາດ​ການ​ພັດທະນາ​ແຫ່ງ​ຊາດ ​ໄດ້​ສະ​ເໜີ 11 ລາຍການ​ປະຕິ​ຮູບ ​ໂດຍ​ກວມ​ເອົາການ​ເມືອງ, ການ​ບໍລິຫານ​ລັດ, ລະບົບ​ກົດໝາຍ​ແລະ​ຕຸລາການ, ການ​ສຶກສາ ​ແລະ​ອື່ນໆ. ຂະນະ​ທີ່​​ແຜນ​ຍຸ​ດທະ​ສາດ​ແຫ່ງ​ຊາດ​ໄດ້​ກຳນົດ​ເອົາ "ສະຖຽນ​ລະ​ພາບ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ" ​ເປັນ​ເປົ້າໝາຍ ກວມ​ເອົາ​ 6 ແຜນຍຸດ​ທະ​ສາດ ລວມທັງ​ຄວາມ​ໝັ້ນຄົງ, ການ​ຍົກສູງ​ຄວາມ​ສາມາດ​ການ​ແຂ່ງຂັນ​ຂອງ​ສັງຄົມ, ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ຄວາມ​ສະ​ເໝີ​ພາບ​ໃນ​ສັງຄົມ, ການ​ເຕີບ​ໂຕ​ແບບ​ສີຂຽວ ພ້ອມ​ດ້ວຍ​ການ​ສ້າງຄວາມ​ສົມ​ດຸນ​ໃນ​ການ​ພັດທະນາ​ຂະ​ແໜງ​ສັງຄົມ ​ແລະ​ອື່ນໆຄືນ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ