"ການ​ກັບຄືນ​ສູ່ອາຊີ​ປາຊີ​ຟິກອີກ​ຄັ້ງ​ໃໝ່" ກາຍ​ເປັນ​​ອະດີດ ​​​ແລະເຂດ​ນີ້​ໄດ້​ກັບ​ຄືນ​ສູ່​ຄວາມ​ສົມ​ດຸນ​ອີກ
2017-03-17 16:37:23  cri 

ທ່ານນາງ​ຊຸ​ຊັນ ທອນຕັນ ຮັກສາ​ການ​ແທນ​ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາທີ່​ຮັບຜິດຊອບ​ກິດຈະ​ການ​ອາຊີ​ຕາ​ເວັນ​ອອກ ​ໄດ້ກ່າວຕໍ່​ນັກ​ຂ່າວ​ໃນ​ວັນ​ຈັນຜ່ານ​ມາວ່າ: ລັດຖະບານ​ທຣຳມີ​ແຜນການ​​ຕໍ່​ພາກ​ພື້ນ​ອາຊີ​ປາຊີ​ຟິກສະ​ເພາະ, ​ແຕ່​ຍັງ​ບໍ່​ທັນ​ເປັນ​ຮູບ​ປະ​ທຳ​ເທື່ອ.

ຂະນະ​ທີ່​ນະ​ໂຍບາຍ "ການ​ກັບ​ຄືນ​ສູ່​ອາຊີ​ປາຊີ​ຟິກອີກ​ຄັ້ງ​ໃໝ່" ຂອງ​ທ່ານ​ບາຣັກ ​ໂອ​ບາ​ມາ ອະດີດ​ປະທານາທິບໍດີ​ອາ​ເມ​ລິ​ກາ ນັບ​ແຕ່​ວັນ​ເປີດ​ເຜີຍ​ນັ້ນກໍ​ມີ​ການ​ວິພາກ​ວິຈານ​ກັນ​ດ້ວຍ​ຄວາມ​ສົງ​ໄສ​ຈາກ​ຝ່າຍ​ຕ່າງໆ. ຄວາມ​ຈິງ​ແລ້ວ, ອາ​ເມ​ລິ​ກາ​ບໍ່​ເຄີຍ​ຖອນ​ອອກ​ຈາກ​ພາກ​ພື້ນ​ອາຊີ​ປາຊີ​ຟິກຈັກ​ເທື່ອ, ​ແຕ່​ເປັນ​ຫຍັງ​ຈຶ່ງ​ວ່າ "ກັບ​ຄືນ​ອີກ​ຄັ້ງ​ໃໝ່"? ຂະນະ​ດຽວ​ກັນ, ອາ​ເມ​ລິ​ກາ​ກໍເປັນ​ປະ​ເທດ​ມະຫາ​ອຳນາດ​ອັນ​ດັບ​ໜຶ່ງ​ ທັງ​ເປັນ​ກຸ່ມ​ເສດຖະກິດ​ໃຫຍ່​ອັນ​ດັບ​ໜຶ່ງຂອງ​ໂລກ ​ແລະອາຊີ​ປາຊີຟິກກໍມີ​ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນກ້າວໜ້າ ​ເຊິ່ງບໍ່​ສາມາດ​ຕັດ​ແຍກ​ຈາກ​ອາ​ເມ​ລິ​ກາໄດ້.

​ແຕ່​ສິ່ງ​ທີ່​ໜ້າ​ເສຍດາຍກໍ​ຄື ອາ​ເມ​ລິ​ກາ​ໄດ້​ທຸ່ມ​ງົບຢ່າງ​ມະຫາສານ​ເພື່ອ​ຈັດກຳລັງທະຫານມາ​ປະຈຳ​ຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກນັ້ນ ​ເຊິ່ງນອກຈາກ​ສົ່ງ​ຜົນ​ເຮັດ​ໃຫ້​ອາຊີ​ປາຊີ​ຟິກບໍ່​ສົມ​ດຸນ​ອີກ, ​​ຍັງ​ສົ່ງ​ຜົນ​ເຮັດ​ໃຫ້ພາຍ​ໃນ​ປະ​ເທດ​ຕົນ​ບໍ່​ສົມ​ດຸນ​ອີກ​ເຊັ່ນ​ດຽວ​ກັນ ​ໂດຍ​ສັນຍາ​ຄູ່​ຮ່ວມ​ຂ້າມ​ປາຊີ​ຟິກ ຫຼື TPP ທີ່​ອາ​ເມ​ລິ​ກາ​ຖື​ເປັນ​ເຄື່ອງມື​ທາງເສດຖະກິດ​ໃນ​ການ "ກັບ​ຄືນ​ສູ່​ອາຊີ​ປາຊີ​ຟິກອີກ​ຄັ້ງ​ໃໝ່" ນັ້ນ​​ປະສົບ​ຄວາມຫຼົ້ມ​ເຫຼວ ​ແລະ ​ເຄື່ອງມື​ທາງ​ການ​ເມືອງ​ທີ່​ໃຊ້​ມາ​ສ້າງ​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ປະ​ເທດ​ໃນ​ພາກ​ພື້ນ​ເພື່ອລະງັບຈີນ​ນັ້ນກໍ​ສູນ​ເສຍ​ບົດບາດ​ຂອງ​ມັນ​ເປັນ​ກ້າວໆ, ​ເຫຼືອພຽງ​ແຕ່​ກຳ​ປັ່ນ​ຮົບ ​ແລະ ຍົນ​ທະຫານ​ຂອງ​ໂຕເອງທີ່​ທຽວ​ມາໃຊ້​ອຳນາດ​ບາດ​ໃຫຍ່​ຢູ່​ພາກ​ພື້ນ​ນີ້​ໂດຍ​​ເປັນ​ການສິ້ນ​ເປືອງ​ງົບປະມານ​ກອງທັບ​​ເປັນຈຳນວນຫຼາຍ ​ພາຍໃຕ້​ການ​ສະໜັບສະໜູນ​ຈາກ​ນະ​ໂຍບາຍ "ກັບ​ຄືນ​ສູ່​ອາຊີ​ປາຊີ​ຟິກອີກ​ຄັ້ງ​ໃໝ່" ທັງຕັ້ງ​ຊື່​ດີ​ໆວ່າ "​ເສລີພາບ​ການ​ເດີນ​ທາງຜ່ານ". ​ເມື່ອ​ນັບ​ເບິ່ງ​ສ່ວນ​ເຫຼືອຈາກ​ນະ​ໂຍບາຍ "ກັບ​ຄືນ​ສູ່​ອາຊີ​ປາຊີ​ຟິກອີກ​ຄັ້ງ​ໃໝ່" ຂອງ​ລັດຖະບານ​ໂອ​ບາ​ມາ​ແລ້ວ ຄື TPP ທີ່ປະສົບ​ຄວາມຫຼົ້ມ​ເຫຼວ, ການ​ກໍ່​ເລື່ອງສ້າງ​ບັນຫາ​ຢູ່​ທະ​ເລ​ຈີນ​ໃ​ຕ້ ​ແລະ ຄວາມ​ຂັດ​ແຍ້​ງກັນ​ກ່ຽວ​ກັບ​ການ​ຕິດຕັ້ງລະບົບ​ຕ້ານ​ຂີ​ປະ​ນາ​ວຸດ THAAD ຢູ່ ສ.​ເກົາຫຼີນັ້ນ ລ້ວນ​ແຕ່​ເປັນ​ຜົນ​ທາງ​ລົບ​ທັງ​ນັ້ນ.

ສຳລັບ​ຈີນ​ແລ້​ວ ​ເວລາ​ໃດ​ກໍ​ຍິນ​ດີ​ທີ່​ອາ​ເມ​ລິ​ກາ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ​ຢູ່​ອາຊີ​ປາຊີ​ຟິກ, ຂະນະ​ດຽວ​ກັນ​ກໍ​ຫວັງ​ວ່າ ລັດຖະບານ​ທຣຳຈະ​ສາມາດ​ຖອດ​ຖອນ​ບົດຮຽນ​ທາງ​ລົບ​ຈາກ​ຍຸດ​ທະ​ສາດ "ກັບ​ຄືນ​ສູ່​ອາຊີ​ປາຊີ​ຟິກອີກ​ຄັ້ງ​ໃໝ່" ຂອງ​ໂອ​ບາ​ມາ ຂະນະ​ທີ່​ພິຈາລະນາ​ວາງ​ນະ​ໂຍບາຍ​​ໃໝ່ຕໍ່ອາຊີ​ປາຊີ​ຟິກຂອງ​ອາ​ເມ​ລິ​ກາ ​​ແລະ​ຮ່ວມ​ກັບປະ​ເທດອື່ນໆ​ໃນ​ພາກ​ພື້ນ​ນີ້​ເພື່ອ​ຮັກສາ​ຄວາມ​ສົມ​ດຸນ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາຊີ​ປາຊີ​ຟິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ