ລັດຖະສະພາ​ເອີຣົບຜ່ານ​ມະຕິ​ຕົກລົງ ຮຽກຮ້ອງ​ໃຫ້​​ເນັ້ນການ​ຮ່ວມ​ມືດ້ານການປ້ອງກັນປະເທດ
2017-03-17 17:18:21  cri 
ວັນທີ 16 ມີນານີ້, ລັດຖະສະພາ​ເອີຣົບ​ໄດ້​ຜ່ານ​ມະຕິ​ຕົກລົງ​ສະບັບ​ໜຶ່ງ ​ໂດຍ​ຮຽກຮ້ອງ​ໃຫ້​ປະ​ເທດ​ສະມາຊິກ​ຄວນ​ຈິງ​ໃຈ​​ໃນ​ການ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຫຼັກ​ໝັ້ນ​ຂອງ​ລັດຖະສະພາ​ເອີຣົບ​ໃນ​ບັນຫາ​ວຽກ​ງານປ້ອງ​ກັນ​ປະ​ເທດ​ຂອງ​ສະຫະພາບ​ເອີຣົບ ​ແລະຄົ້ນຄວ້າ​ຄວາມ​ອາດ​ເປັນ​ໄປ​ໄດ້​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະພາບ​ເອີຣົບໃນຂອບ​ສັນຍາ​ລິ​ສ​ບອນ.

ມະຕິ​ຕົກລົງ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ສະມາຊິກ​ສະຫະພາບ​ເອີຣົບຈັດ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຕາມ​ກຳນົດ ​ເພື່ອ​ສະໜັບສະໜູນ​ທາງ​ການ​ເມືອງ​ແລະ​ຊັບພະຍາກອນ​ທີ່​ໃຫຍ່​ຫຼວງ​ກວ່າ​ເກົ່າ​​ໃຫ້ແກ່​ກົມ​​ປ້ອງ​ກັນ​ປະ​ເທດ​ຂອງ​ເອີຣົບ ພ້ອມ​ທັງ​ລິ​ເລີ່​ມ​ໃຫ້​ສ້າງ​ຂອບ​ການ​ຮ່ວມ​ມື​​ແບບ​ຍາວ​ນານ ເພື່ອ​ເພີ່​ມທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ-​ພົນລະ​ເຮືອນ​ແລະ​ຍົກ​ຂີດຄວາມ​ສາມາດ​ຮັບ​ມື​ກັບ​ວິ​ກິດ​ການ​ທີ່​ເກີດ​ຂຶ້ນ​ໄດ້​ຢ່າງ​ວ່ອງ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ