ເນ​ປານ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ສາກົນ​ຄັ້ງ​ທີ 6
2017-03-17 17:19:11  cri 
ງານ​ວາງສະ​ແດງ​ສິນຄ້າ​ສາກົນ​ຄັ້ງ​ທີ 6 ຢູ່​​ເນ​ປານ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ກັດ​ມັນ​ດູ​ຂອງ​ເນ​ປານ​ໃນ​ວັນ​ທີ 16 ມີນາ​ນີ້ ​ໂດຍໃນ​ງານ​ວາງສະ​ແດງ, ມີ​ຫ້ອງວາງສະ​ແດງ​ຜະລິດ​ຕະພັນ​ຂອງຈີນ​​ຫຼາຍ​​ເປັນອັນ​ດັບ​ສອງຖັດຈາກ​ເປ​ນານ.

ປະ​ເພດ​ສິນຄ້າ​ທີ່ນຳ​ມາວາງສະ​ແດງ​ມີທັງ​ເຄື່ອງ​ຫັດຖະກຳ,ຜະລິດ​ຕະພັນ​​ ແລະການ​ບໍລິການດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​, ຜະລິດ​ຕະພັນ​ກະສິກຳ,ຢາ​​ປິ່ນປົວ​ແລະ​ອຸປະກອນ​ການ​ແພດ,ຜະລິດ​ຕະພັນ​ໂລຫະ, ຜະລິດ​ຕະພັນ​ທີ່​ເຮັດດ້ວຍໜັງ​ສັດ, ​ເຟີ​ນີ​ເຈີ​ແລະ​ຜະລິດ​ຕະພັນ​ແຟຊັນ​ເປັນ​ຕົ້ນ.

ງານ​ວາງສະ​ແດງ​ຄັ້ງ​ນີ້ມີ​ຫ້ອງວາງສະ​ແດງ​ປະມານ 340 ຫ້ອງ. ​ໃນ​ນັ້ນ, ຫ້ອງວາງສະ​ແດງ​ຈາກ​ຈີນ,ບັງ​ກລາ​ເດັດ,ອິນ​ເດຍ,ປາ​ກິ​ສະຖານ,​ໄທ​ແລະ​ປະ​ເທດ​ອື່ນໆ​ໄດ້ຮັບ​ຄວາມ​ສົ​ນ​ໃຈ​ຈາກ​ບັນດາ​ຜູ້​ບໍລິ​ໂພ​ກ​ໂດຍ​ສະ​ເພາະ​ອຸປະກອນ​ກົນ​ຈັກ​ແລະ​ເຄື່ອງ​ໃຊ້​​ໄຟຟ້າ​ຕະຫຼອດ​ເຖິງການ​ບໍລິການ​ສິນຄ້າ​,ຜະລິດ​ຕະພັນ​ຂອງ​ຈີນ​ລ້ວນ​ແຕ່​​ແມ່ນ​ຜະລິດ​ຕະພັນທີ່​ມີ​ຄຸນ​ນະພາ​ບສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ