ສ້າງ​ຕັ້ງ​ສະຫະພັນ​​ໂຮງຮຽນ​ຊັ້ນ​ສູງສິລະ​ປະ​ຈີນ-ອາ​ຊຽນຢູ່​ເມືອງ​ນານ​ນິງ
2017-03-17 17:20:09  cri 
ພິທີ​ສ້າງ​ຕັ້ງ​ສະຫະພັນ​ໂຮງຮຽນ​ຊັ້ນ​ສູງ​ສິລະ​ປະ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ ສປ ຈີນ​ໃນ​ວັນ​ທີ 16 ມີນາ​ນີ້ ຫຼັງ​ໂຮ​ງຮຽນ​ຊັ້ນ​ສູງ​ຈາກ​ຈີນ​ແລະ​ອາ​ຊຽນ​ເຊັ່ນ: ມະຫາວິທະຍາ​ໄລ​ບຣູ​ໄນ, ມະຫາວິທະຍາ​ໄລ​ສິລະ​ປະ​ແຫ່ງ​ຊາດ​ກຳປູ​ເຈຍ ​ແລະ ​ໂຮງຮຽນ​ສິລະ​ປະ​ແຫ່ງ​ຊາດ​ລາວ​ເປັນ​ຕົ້ນ​ລວມ 19 ​ແຫ່ງ​​ໄດ້ລົງ​ນາມ​​ເຂົ້າ​ຮ່ວມ​ສະຫະພັນດັ່ງກ່າວ ທັງໄດ້​ຕົກລົງ​ຈະ​ຮ່ວມ​ກັນ​ສ້າງ​ຊັບພະຍາກອນ​ມະນຸດ​ດ້ານ​ສິລະ​ປະລະ​ດັບ​ສູງທີ່​ມີສາຍຕາ ​ແລະ​ກຳລັງ​​ແຂ່ງຂັນໃນ​ທາງສາກົນ, ຊຸກຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນການ​ຄົ້ນຄວ້າ​ວິທະຍາສາດ​ແລະ​ການ​ປະດິດ​ສ້າງ ​ເພື່ອ​ໃຫ້​ສິລະ​ປະ​ວັດທະນະທຳ​ຂອງ​ພາກ​ພື້ນ​ຈະ​ເລີ​ນຮຸ່ງ​ເຮືອງ​ກ້າວໜ້າ​ຂຶ້ນ.

ຫຼັງ​ຈາກ​ສ້າງ​ຕັ້ງ​ສະຫະພັນ​ດັ່ງກ່າວ​ແລ້ວ​ກໍຈະ​ສ້າງ​ເຄືອ​​ຂ່າຍການ​ເຊື່ອມ​ຈອດ​ກັນດ້ານ​ສິລະ​ປະ​ແລະ​ການ​ສຶກສາລະ​ຫວ່າງ​ຈີນ-ອາ​ຊຽນ ທັງລິ​ເລີ່​ມ​ໃຫ້​​ໂຮງຮຽນ​ຊັ້ນ​ສູງ​ໃນ​ພາກ​ພື້ນເອົາ​ໃຈ​ໃສ່ຕໍ່​ການ​ອອ​ກ​ແບບ​​ໂຄງການ​ຮ່ວມມື, ດຳ​ເນີນ​ການ​ຮ່ວມ​ມື​ກັນ​ໃນ​ຫຼາຍ​ດ້ານ​ເຊັ່ນ: ການ​ແລ​ກປ່ຽນ​ນັກຮຽນ,ການ​ຄົ້ນຄວ້າ​ວິທະຍາສາດ​ການ​ສຶກສາ,ການ​ປະດິດ​ສ້າງ​​ສິລະ​ປະ​ເປັນ​ຕົ້ນ ລວມທັງຊຸກຍູ້​ການ​ປະດິດ​ສ້າງ​ໃໝ່​ແລະ​ການ​ສັບ​ຊ້ອນ​​ຊັບພະຍາກອນ, ສ້າງ​ປະຊາ​ຄົມ​​ດ້ານ​ສິລະ​ປະ​ແລະ​ການ​ສຶກສາລະ​ຫວ່າງ​ຈີນກັບອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ