ນາຍົກ​ຈີນ​ແລະ​ປະທານາທິບໍດີ​ຟີ​ລິບ​ປິນຮ່ວມຊົມ​ເຊີຍ​ໃນພິທີໄຂ​ກິດຈະກຳ "ປີ​​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຈີນ-ອາ​ຊຽນ"
2017-03-17 17:21:12  cri 
ກິດຈະກຳ "ປີ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຈີນ-ອາ​ຊຽນ" 2017 ​ໄດ້​​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ມະ​ນີລາປະ​ເທດ​ຟີ​ລິບ​ປິນ​ໃນ​ວັນ​ທີ 16 ມີນາ​ນີ້ ​ແລະ​ໃນ​ໂອກາດ​ດັ່ງກ່າວ,ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ ​ແລະ ທ່ານ ​ໂຣດຣີ​ໂກ ​ດູ​​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນ​ຕ່າງກໍ​ໄດ້​ສົ່ງ​ຄຳ​ຊົມ​ເຊີຍ​ຕໍ່​ພິທີດັ່ງກ່າວ.

​ທ່ານ ​ຫຼີ​ເຄີ້ສຽງ ກ່າວ​​ວ່າ: ຈີນ​ຖື​ອາ​ຊຽນ​ເປັນ​​ບູລິ​ມະ​ສິດທາ​ງການ​ທູດ​, ສະໜັບສະໜູນ​ຖານະ​ໃຈກາງ​ຂອງ​ອາ​ຊຽນ​ໃນການ​ຮ່ວມ​ມື​ຂອງ​ພາກ​ພື້ນ ທັງຍິນ​ດີ​ສືບ​ຕໍ່​ຍຶດໝັ້ນຄວາມ​ເຄົາລົບ​ກັນ,ຄວາມ​ເຂົ້າ​ໃຈ​ກັນ​,ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ການ​ສະໜັບສະໜູນ​ກັນ, ລົງ​ເລິກ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​​ໃຊ້​ໂອກາດ​ການ​ພັດທະນາ, ຮ່ວມ​ມື​ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຈີນ-ອາ​ຊຽນ​ໃຫ້​​ແໜ້ນ​ແຟ້ນກວ່າ​ເກົ່າ​ ​ເພື່ອ​ຊຸກຍູ້​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ. ທ່ານ ຫຼີ​ເຄີ້ສຽງ ກ່າວ​ຕື່ມວ່າ: ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ແມ່ນ​ເນື້ອ​ໃນ​ສຳຄັນ​ໃນ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ລະຫວ່າງ​ຈີນກັບ​ອາ​ຊຽນ, ​ໄດ້​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​​ເພີ່​ມທະວີ​ນ້ຳ​ໃຈມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ແລະ​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ. ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ແຫຼ່ງນັກທ່ອງ​ທ່ຽວທີ່​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ.

ທ່ານ ດູ​ເຕີ​ເຕ ກ່າວ​ວ່າ: ປີ 2016 ​ແມ່ນ​ປີ​ແຫ່ງ​ການ​ສ້າງ​ສາຍພົວພັນ​ຄູ່​ເຈລະຈາ​ລະຫວ່າງ​ອາຊຽນ-ຈີນ​ຄົບຮອບ 25 ປີ. ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຢ່າງ​ກວ້າງຂວາງ,ການ​ຮ່ວມ​ມື​ຖືກ​ກັບ​ກາລະ​​ເທສະ ​​ໄດ້​ສົ່ງ​ສັນຍານ​ຢ່າງຈະ​ແຈ້ງ​ຕໍ່​ພາຍ​ນອກ​ທີ່​ຈະ​ຮ່ວມ​ກັນ​ພະຍາຍາມ​ບັນລຸ​ເປົ້າ​ໝາຍ​ອັນ​ໃຫຍ່​ຫຼວງ​ໃນ​ໄລຍະຍາວ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ