ຈີນ​ຫວັງ​ໃຫ້​ບຸກຄົນ​ທີ່​ກ່ຽວຂ້ອງ​ຂອງ​ຟິລິບ​ປິນຢ່າ​ສ້າງ​ອຸປະສັກ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ຈີນ-ຟິລິບ​ປິນ
2017-03-17 16:54:30  cri 
ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ນາງ​ຮວ້າຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ການ​ຖະ​ແຫຼງຂ່າວ​ເມື່ອ​ວັນ​ທີ 16 ມີນາ​ນີ້​ວ່າ,ຫຼັງຈີນ​ແລະ​ຟິລິບ​ປິນໄດ້​ມີ​ຄວາມ​ພະຍາຍາມຮ່ວມ​ກັນ, ​ໄດ້​ເຮັດ​ໃຫ້ການ​ພົວພັນ​ສອງ​ຝ່າຍ​ມີ​ທ່ວງທ່າ​ພັດທະນາ​​ໄປ​ດ້ວຍ​ດີ,ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງ​ໆ​ໄດ້​ກ້າວໜ້າ​ຢ່າງ​ວ່ອງ​ໄວ,​ແນວ​​ໃດ​ກໍ​ດີ​ກໍຫວັງວ່າ​ບຸກຄົນ​ກ່ຽວຂ້ອງ​ຂອງ​ຟິລິບ​ປິນຈະຖື​ເອົາ​ຄວາມ​ຜາ​ສຸກ​ຂອງ​ປະ​ເທດ​ແລະ​ປະຊາຊົນ​ຟິລິບ​ປິນ​ເປັນ​ສຳຄັນ,ຢ່າ​ສ້າງ​ອຸປະສັກ​ໃຫ້​ແກ່​ການ​ພັດທະນາ​ສາຍ​ພົວພັນ​ສອງ​ປະ​ເທດ.
ມີ​ນັກ​ຂ່າວ​ຖາມ​​ໂດຍ​ອ້າງ​ຕາມຂ່າວທີ່​ລາຍ​ງານ​ວ່າ,ທ່ານ​ອັດ​ໂຕ​ນີ​ໂອ ຕຣີລັນ​ສ ສະມາຊິກ​ສະພາ​ສູງ​ຟິລິບ​ປິນ​ໄດ້​ຍື່ນ​ຍັດຕິ​ໃຫ້​ສະພາ​ສູງ​ໃນ​ວັນ​ທີ 15 ມີນາ​ນີ້​ໂດຍ​ຮຽກຮ້ອງ​ໃຫ້​ກວດກາຢ່າງ​ເປັນ​ທາງ​ການ​ຕໍ່​ກໍລະນີ​ທີ່​ທ່ານ​​ປະທານາທິບໍດີໂຣດຣີ​ໂກ ​ດູ​ເຕິ​ເຕອະນຸຍາດ​ໃຫ້​ກຳ​ປັ່ນ​ສຳ​ຫຼວດວິທະຍາສາດ​ຈີນ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ "​ເບ​ນຮາມ ​​ໄຣສ.ຂໍຖາມ​ວ່າ​ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?
ທ່ານ​ນາງ​ຮວ້າຊຸນ​ຢິງຕອບ​ວ່າ,ຈີນ​ໄດ້​ຊີ້​ແຈງ​ຈຸ​ດຢືນ​ຕໍ່​ບັນຫາ​ນີ້​ມາ​ຫຼາຍ​ເທື່ອ​​ຫວ່າງ​ມໍ່ໆ​ນີ້​ແລ້ວ.​ແຕ່​ບາງ​ຄົນ​ພາຍ​ໃນ​ປະ​ເທດ​ຟິລິບປິນສືບ​ຕໍ່​ບິ​ດເບືອນ​ຄວາມ​ເປັນ​ຈິງ​ແລະ​ສັບສົນ​ແລະ​ກໍ​ຮູ້ສຶກ​ເສຍດາຍ​ຫຼາຍຕໍ່​ເລື່ອງ​ນີ້.ຈີນ​ເຄົາລົບ​ສິດທິ​ຜົນ​ປະ​ໂຫຍ​ດຂອງ​ຟິລິບ​ປິນຕໍ່​ໄຫຼ່ທະວີບ​ຂອງ​ເບ​ນຮາມ ​ໄຣສ ,ບໍ່​ມີ​ກໍລະນີ​ທີ່​ທ້າ​ທາຍ​ສິດທິ​ຜົນ​ປະ​ໂຫຍ​ດກ່ຽວຂ້ອງ​ຂອງ​ຟິລິບ​ປິນ.ກຳ​ປັ່ນ​ຂອງ​ຈີນ​ມີ​​ສິດ​ແລ່ນ​ຜ່ານ​ຢ່າງ​ເສລີ​ແລະ​ບໍ່​ມີ​ຜົນ​ຮ້າຍ​ຕາມ​ກົດໝາຍ​ສາກົນ​ເປັນ​ຕົ້ນສົນ​ທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ.ຕໍ່​ກໍລະນີ​ທີ່​ວ່າກຳ​ປັ່ນ​ຂອງ​ຈີນ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ເບ​ນຮາມ ​​ໄຣສ ນັ້ນ​ບໍ່​ມີ​ຫຼັກຖານ​​ແມ່ນ​ແຕ່​ໜ້ອຍ​ດຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ