ທ່ານ​ຈ່າງ​ເຕີ​ຈ່ຽງພົບ​ປະ​ເຈົ້າ​ຊີວິດອາຣັບບີ​ຊາ​ອຸ​ດິດ
2017-03-17 17:05:25  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະກັບສົມ​ເດັດຊາລມານ ບິນ ອັບ​ດູລາ​ຊິ​ສ໌ ​ເຈົ້າ​ຊີວິດ​ອາຣັບບີ​ຊາ​ອຸ​ດິດ ທີ່​ຫໍ​ສະພາ​ປະຊາຊົນ​ແຫ່​ງຊາດ​ຈີນ​ໃນ​ວັນ​ທີ 17 ມີນາ​ນີ້.
ທ່ານ​ຈ່າງ​ເຕີ​ຈ່ຽງກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ອາຣັບບີ​ຊາ​ອຸ​ດິດ ສືບ​ຕໍ່​ເອົາ​ສາຍ​ພົວພັນ​ຈີນ-ອາຣັບບີ​ຊາ​ອຸ​ດິດ​ເປັນ​ບູລິ​ມະ​ສິດ​ໃນ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ຕົນ. ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​​ເພີ່ມ​ທະວີ​ການ​ໄປ​ມາ​ຫາ​ສູ່​​ໃນລະດັບ​ຕ່າງໆ​ກັບ​ສະພາ​ປຶກສາ​ອາຣັບບີ​ຊາ​ອຸ​ດິດ ​ໂດຍ​ປິ່ນ​ອ້ອມ​ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ຊຸກຍູ້​ການ​​ແລກປ່ຽນ​​ບຸກຄະລາ​ກອນ​ແລະ​ວັດທະນະທຳ ບົນ​ພື້ນຖານສ້າງສາຍ​ພົນ​ພັນ​ຈີນ-ອາຣັບບີ​ຊາ​ອຸ​ດິດ​ໃຫ້​ນັບ​ມື້​ນັບ​ໜັກ​ແໜ້ນ ​ແລະສົ່ງ​ເສີມມິດຕະ​ພາບ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.

ສົມ​ເດັດ​ຊາລມານ​ໄດ້​ກ່າວສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​​ໄດ້​ເສີມ​ຂະຫຍາຍ​ບົດບາດຊຸກຍູ້​ສາຍ​ພົວພັນ​ຈີນ-ອາຣັບບີ​ຊາ​ອຸ​ດິດ ​ແລະ​ເນັ້ນ​ຍິນ​ດີ​ຊຸກຍູ້​ໃຫ້ການ​ພົວພັນ​​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ