ປະທານ​ປະ​ເທດ​ຈີນ​ພົບ​ປະ​ເຈລະຈາ​ກັບ​ປະທານາທິບໍດີ​ລູອັນ​ດາ
2017-03-18 15:18:20  cri 
ວັນ​ທີ 17 ມີນ​ານີ້,ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ໂປ ຄາ​ກາ​ເມ ປະທານາທິບໍດີ​ລູອັນ​ດາ ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດນະຄອນຫຼວງ​ປັກ​ກິ່ງ ສປ ຈີນ​ໂດຍ​ປະມຸກ​ລັດ​ສອງ​ປະ​ເທດ​ເປັນ​ເອກະ​ພາບ​ກັນ​ເຫັນ​ດີຊຸກຍູ້​ການຜັນ​ຂະຫຍາຍ​ໝາກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​​ໂຈ​ຮາ​ເນັສ​ເບີກຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກກາ ​ແລະ​ເອົາ​ໃຈ​ໃສ່​ປະດິດ​ສ້າງ​ຮູບ​ ​ການ​ຮ່ວມ​ມື, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງຮອບດ້ານ ທັງ​ຍົກ​ສູງ​ລະດັບ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ.

ໂອກາດ​ດັ່ງກ່າວ, ທ່ານ​ສີ​ຈິ້ນຜິ​ງຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່ຈີນ-ລູອັນ​ດາ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​​ເປັນ​ເວລາ 46 ປີຜ່ານມາ, ສອງ​ປະ​ເທດ​ໄດ້​ເຂົ້າ​ໃຈ​ກັນ​ແລະ​ຮ່ວມ​ມືຢ່າງຈິງໃຈມາໂດຍຕະຫຼອດ, ສອງປະເທດມີຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ, ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ມີຈຸດ​ເດັ່ນ​​ເປັນ​ປະຈຳ, ການ​ພົວພັນ​ສອງ​ຝ່າຍ​ປາກົດ​ມີ​ທ່ວງທ່າ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ. ປັດຈຸບັນ, ການ​ຮ່ວມ​ມື​ລະຫວ່າງ​ຈີນ-ລູອັນ​ດາ​ກຳລັງ​ຜະ​ເຊີນ​ໜ້າ​ກັບ​ໂອກາດ​ການ​ພັດທະນາຄັ້ງ​ປະຫວັດ​ການ. ສອງ​ຝ່າຍ​ຄວນ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ,ຮັດ​ແໜ້ນ​ການ​​ແລກປ່ຽນ​ຄວາມ​ເຫັນແລະ​ປະສານ​ງານ​ໃນວຽກ​ງານ​ສາກົນ​ແລະ​ພາກ​ພື້ນ. ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ທາງ​ດ້ານ​ອຸດສາຫະກຳ​ແລະ​ກະສິກຳ, ​ແນວ​ໃດ​ກໍ​ດີ, ຈີນ​ຍິນ​ດີ​ສະໜັບສະໜູນ​ລູອັນ​ດາ​ໃນ​ການ​ກໍ່ສ້າງ​ເຂດ​ເສດຖະກິດພິ​ເສດ. ນອກ​ນີ້, ສອງ​ຝ່າຍ​ຍັງ​ຄວນ​ເພີ່ມ​ການ​ຮ່ວມ​ມື​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງລ່າງ, ຈີນ​ສົ່ງ​ເສີມ​ວິ​ສາ​ຫະກິດ​ປະ​ເທດ​ຕົນ​ເດີນທາງ​ໄປລູອັນ​ດາ​ເພື່ອ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ໂຄງການ​ພື້ນຖານ​​ໂຄງລ່າງ​ທີ່​ສຳຄັນ​ຕ່າງໆ​ເປັນ​ຕົ້ນ​ຄົມມະນາຄົມ,ພະລັງງານ​ແລະ​ອື່ນໆ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ທ່ານ​ໂປ ຄາກາ​ເມ ຢືນຢັນ​ວ່າ ລູອັນ​ດາ​ທະໜຸຖະໜອມ​ສາຍ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ກັບ​ຈີນ ​ແລະ​ ​ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​ປະກອບສ່ວນ​ອັນ​ປະ​ເສີດ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ຄືນ​ໃໝ່ຂອງ​ປະ​ເທດ​ຕົນ ພ້ອມ​ທັງ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ເພີ່ມ​ການ​ລົງທຶນ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ລູອັນ​ດາ​ເປັນ​ຕົ້ນ ກະສິກຳ,ບໍ່​ແຮ່,ການທ່ອງທ່ຽວ, ການ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ