ອົສຕຣາລີ​ຢືນຢັນ​ວ່າ​ຍິນ​ດີ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເ​ສັ້ນ​ທາງ"
2017-03-18 15:27:19  cri 
ທ່ານ​ສະຕິຟ ​ໂຈ​ໂບ ລັດຖະມົນຕີ​ກະຊວງ​ການ​ຄ້າ,ທ່ອງ​ທ່ຽວ​ແລະ​ການ​ລົງທຶນ​ອົສຕຣາລີ​ຢືນຢັນ​​​ເມື່ອ​ມໍ່ໆ​ນີ້​ວ່າ: ວິ​ສາ​ຫະກິດ​ອົສຕຣາລີ​ມີ​ຄວາມ​ສົນ​ໃຈຢ່າງ​ຍິ່ງ​ແລະ​ຍິນ​ດີ​ເຂົ້າ​ຮ່ວມການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທີ່​ຈີນ​ກຳລັງຊຸກຍູ້​ປະຕິບັດ​ນັ້ນ ພ້ອມ​ດຽວ​ກັນ​ນັ້ນ, ທ່ານ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ມາ​ລົງທຶນ​ຢູ່ອົສຕຣາລີ.

ທ່ານ​ໂຈ​ໂບກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ຂໍ້​ລິ​ເລີ່​ມດັ່ງກ່າວ​ຂອງ​ລັດຖະບານ​ຈີນ​ມີ​ຈຸດປະສົງ​ເພື່ອ​ສ້າງ​ຕັ້ງ​ສາຍ​ພົວພັນຮ່ວມ​ມື​ລະຫວ່າງ​ເອີຣົບ-ອາຊີ ​ເຊິ່ງຈະ​ສ້າງ ​ໂອກາດ​ການ​ຄ້າ​ຢ່າງ​ໃຫຍ່​ຫຼວງ. ດ້ວຍ​ເຫດ​ນີ້, ວິ​ສາ​ຫະກິດ​ອົສຕຣາລີ​ຈິ່ງ​ມີ​ຄວາມ​ສົນ​ໃຈ​​ຢ່າງຍິ່ງ​ໃນ​ການມີ​ສ່ວນ​ຮ່ວມ.

ທ່ານ​ໂຈ​ໂປ​ກ່າວ​ຕື່ມ​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ອົສຕຣາລີ-ຈີນ​ໄດ້​ຂະຫຍາຍຕົວ​ຢ່າງ​ຫຼວງຫຼາຍ​ໂດຍ​ສະ​ເພາະ​ນັບ​ແຕ່​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ເປັນ​ຕົ້ນ​ມາ ​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​​ທີ່​ສຸດ ​ແລະ​ທັງ​ສອງ​ຝ່າຍ​​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍ. ຂະນະ​ທີ່​ຫຼັງ​ສັນຍາ​ການ​ຄ້າ​ເສລີ​ເກີດ​ມີ​ຜົນ​ສັກສິດ​, ອົສຕຣາລີ​ກໍ​ໄດ້​ເພີ່ມ​ການ​ລົງທຶນ​ຕໍ່​ຈີນ​ຢ່າງ​​​ແຂງ​ແຮງ​ເຊັ່ນ​ກັນ. ພ້ອມ​ດຽວ​ກັນ​ນັ້ນ, ອົສຕຣາລີ​ປະຕິບັດ​ທ່າ​ທີ​ເປີດ​ປະຕູ​ຕໍ່​ທຶນ​ຕ່າງປະ​ເທດ​ແລະ​ຍິນ​ດີຕ້ອນຮັບ​ວິ​ສາ​ຫະກິດ​ປະ​ເທດ​ຕ່າງໆ​ເຊິ່ງລວມທັງ​ຈີນ​ມາ​ລົງທຶນ​ຢູ່​ປະ​ເທດ​ຕົນ.

ຕົວ​ເລກ​ສະຖິຕິ​ຂອງ​ກະຊວງ​ການ​ຄ້າ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ ​​ນັບແຕ່​ໄຕ​ມາດ​ທີ​ໜຶ່ງ​ຫາ​ທີ 3 ຂອງ​ປີ 2016 ຜ່ານ​ມາ, ຈີນ​ລົງທຶນ​ໂດຍ​ກົງ​ຢູ່​ອົສຕຣາລີ​ໄດ້​ເພີ່ມ​ຂຶ້ນ 73,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2015. ຂະນະ​ທີ່​ບົດ​ລາຍ​ງານ​ສຳ​ຫຼວດການ​ຄ້າ​ສາກົນ​ອົສຕຣາລີ 2016 ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຢູ່​ອົສຕຣາລີ​ 21% ມາ​ຈາກ​ຈີນ ​ແລະ​ຈີ​ນ​ໄດ້​ກາຍ​ເປັນ​ປະ​ເທດ​ຍອດ​ນິຍົມ​ລົງທຶນ​ສຳລັບ​ວິ​ສາ​ຫະກິດ​ອົສຕຣາລີ​ເປັນ 3 ປີຕິ​ດຕໍ່​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ