ປະທານາທິບໍດີ​ຟີ​ລິບ​ປິນຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ຮອງ​ນາຍົກ​ຈີນ
2017-03-18 15:50:20  cri 

ວັນ​ທີ 17 ມີນາ​ນີ້, ຢູ່​ເມືອງ​ດາ​ວາວຂອງ​ຟີ​ລິບ​ປິນ, ທ່ານ​ໂຣດຣີ​ໂກ ດູ​ເຕ​ເຕ ປະທານາທິບໍດີ​ຟີ​ລິປິ​ນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ວ່າງ​ຢາງ ຮອງ​ນາຍົກລັດຖະມົນຕີຈີນທີ່​ພວມ​ຢ້ຽມຢາມປະ​ເທດ​ຕົຈຢ່າງ​ເປັນ​ທາງ​ການ.

ທ່ານ​ດູ​ເຕ​ີເຕກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ຟີ​ລິບ​ປິນກັບ​ຈີນ​ນັບມື້​ນັບ​ແໜ້ນ​ແຟ້ນ, ຂ້າພະ​ເຈົ້າ​ຮູ້ສຶກ​ພໍ​ໃຈ​ຕໍ່​ສະພາບ​ປັດ​ຈຸ​ລັນ​ຂອງ​ການພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ແລະ​ຂອບ​ໃຈ​ຕໍ່ການ​ສະໜັບສະໜູນ​ແລະ​ການ​ຊ່ອຍ​ເຫຼືອ​ຂອງ​ຈີນ​. ປະ​ເທດ​ຕົນ​ຍິນດີ​ສື​ບຕໍ່​ເປີກ​ກວ້າງ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ, ຮັກສາ​ແລະ​ລົງ​ເລິກ​ສາຍ​ພົນ​ພັນລະຫວ່າງ​ສອງ​ຝ່າຍ​ອັນ​ແຂງ​ແຮງ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າການ​ພົວພັນ​ລະຫວ່າງ​ຟີ​ລິບ​ປິນກັບ​ຈີນ​ຈະ​ເຂົ້າ​ສູ່​ລະດັບ​​ໃໝ່. ປະ​ເທດ​ຕົນບໍ່​ຫວັງ​ໃຫ້​ເປັນປໍ​ລະ​ປັກ​ກັນ​ກັບ​ຈີນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້, ຫາກ​ຍິນ​ດີ​​​ໄວ້​ເນື້ອເຊື່ອ​ໃຈ​ກັບ​ຈີນ​ເຊິ່ງກັນ​ແລະ​ກັນ​ແລະປະຕິບັດຕໍ່​ກັນ​ດ້ວຍໄມຕີ​ຈິດມິດຕະພາບ.

ທ່ານ​ວ່າງ​ຢ່າງ​ກ່າວ​ວ່າ, ​ເດືອນ​ຕຸລາ​ປີ​ກາຍ​ນີ້, ທ່ານ​ປະທານາທິບໍດີ​ໄດ້​ຢ້ຽມຢາມ​ຈີນ​ຢ່າງ​ສຳ​ເລັດຜົນ, ​ໂດຍ​ໄດ້​ພົບ​ປະ​ກັບ​ທ່ານ​ປະທານ​ສີ​ຈີ້​ນພິງເຊິ່ງມີ​ລັກສະນະ​ປະຫວັດສາດ​. ອະນາຄົດ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ແມ່ນສົດ​​ໃສ​ແລະ​ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ.​ ໜ້າ​ທີ່​ຕົ້ນຕໍຂອງ​ການ​ຢ້ຽມຢາມຂອງ​ຂ້າພະ​ເຈົ້າ​ເທື່ອ​ນີ້​ແມ່ນ​ເລັ່ງລັດ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງປະມຸກ​ລັດ​ສອງ​ປະ​ເທດ ​ເພື່ອສ້າງ​ຄວາມສຸກ​ໃຫ້​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ປະ​ເທດ. ​ແນວ​​ໃດ​ກໍ​ດີ, ສອງ​ຝ່າຍ​ໄດ້​ຮັບໝາກຜົນ​ອັນ​ຕັ້ງໜ້າຢ່າງ​ຫຼວງ​ຫຼາຍກ່ຽວ​ກັບ​ຊຸກຍູ້​ການ​ຮ່ວມ​ມື​ທີ່​​ແທດ​ເໝາະ​ກັບ​ຕົວ​ຈິງໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ. ຈີນ​ຍິນ​ດີ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​​ເໝາະ​ສົມ​ໂດຍ​ຜ່ານ​ການ​ສົນທະນາ​ແລະ​ເຈລະຈາກັບ​ຟີ​ລິບ​ປິນ, ​ແລະຮັກສາ​ທ່ວງທ່າ​ອັນ​ດີງາມ​ຂອງ​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ