ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງວິນິດ​ໄສ​ສະຖານະ​ການ​ດ້ວຍ​ຄວາມ​ໃຈ​ເຢັນ ​ແລະ​ຄັດ​ເລືອກຢ່າງ​ສະຫຼາດ​ສ່ອງ​​ໃສ
2017-03-19 14:47:43  cri 
ວັນ​ທີ 18 ມີນາ​ນີ້, ທ່ານ ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ທ່ານ​ ​ເຣກສ໌ ຕີວ​ເລີ​ຊັນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້ຮ່ວມ​ກັນ​ພົບ​ປະນັກ​ຂ່າວ. ​ໃນພິທີ​ຖະ​ແຫຼ​ງຂ່າວ,ທ່ານ ຫວາງ​ຢີ້ ​ໄດ້​ຕອບ​ຄຳ​ຖາມທີ່​ຈີນ​ໄດ້​ເສີ​ມຂະຫຍາຍ​ບົດບາດ​ແນວ​ໃດ​ໃນ​ບັນຫາ​ນິວ​​ເຄລຍຂອງ​ແຫຼມ​ເກົາຫຼີ.

ທ່ານ ຫວາງ​ຢີ້ ກ່າວ​ວ່າ: ​ໃນ​ບັນຫາ​ນິວ​ເຄລຍຂອງແຫຼມ​ເກົາຫຼີ, ຈີນ​ໄດ້​ຍຶດຖື​ເປົ້າ​ໝາຍ​ປອດ​ນິວ​ເຄລຍຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ເພື່ອ​ປົກ​ປັກ​ຮັ​ກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​​ແຫຼມ​ເກົາຫຼີ​ກໍ​ຄື​ຂອງ​ພາກ​ພື້ນ. ທາດ​ແທ້​ຂອງ​ບັນຫາ​ນິວ​ເຄລຍຂອງ​ແຫຼມ​ເກົາຫຼີ​ແມ່ນ​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ ສປປ ​ເກົາຫຼີ - ອາ​ເມ​ລິ​ກາ,​ໃນ​ຖານະ​ເປັນ​ປະ​ເທດ​ບ້ານ​​ໃກ້​ຄຽງ​ຂອງ​ແຫຼມ​ເກົາຫຼີ ​ແລະ ປະ​ເທດ​ທີ່ມີ​ຄວາມ​ຮັບຜິດຊອບ, ​ໃນ​ຫຼາຍ​ປີຜ່ານມາ ຈີນກໍໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ຫຼວງຫຼາຍ ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ.

ທ່ານ ຫວາງ​ຢີ້ ກ່າວ​ວ່າ: ສະຖານະ​ການ​ຂອງ​ແຫຼມ​ເກົາຫຼີ​ໃນ​ປັດຈຸບັນ​ໄດ້​ກ້າວ​​​​ໄປສູ່​ທາງ​ສີ່​ແຍກ​ໃໝ່​ອີກ​​ເທື່ອ​ໜຶ່ງ, ຈະ​ສືບ​ຕໍ່​ເຮັດ​ໃຫ້​ສະຖານະ​ການດຸ​ເດືອດ​ຂຶ້ນ​​ແລ້ວ​ພາ​ໃຫ້​ເກີດ​ການ​ທະ​ປະກັນ; ຫຼື​ຈະ​ສະ​ແຫວ​ງຫາ​ຊ່ອງ​ທາງຟື້ນ​ຟູ​ການ​ເຈລະຈາ​ໃນ​ຂະ​ບວນການ​ປະຕິບັດຕາມ​ມະຕິ​​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຢ່າງ​ເຄັ່ງ​ຄັດ ​ເພື່ອ​ໃຫ້ການ​ເຈລະຈາ​ກັບ​ຄືນ​ສູ່​ຊ່ອງ​ທາງ​ເຈລະຈາຄືນ​ໃໝ່. ຈີນ​ຫວັງ​ວ່າ​ຝ່າຍ​ຕ່າງ​ໆ​ທີ່​ກ່ຽວຂ້ອງ​ເຊິ່ງລວມທັງ​ອາ​ເມ​ລິ​ກາ​ຄວນ​ວິນິດ​ໄສ​ສະຖານະ​ການ​ດ້ວຍ​ຄວາມ​ໃຈ​ເຢັນ ​ແລະຄັດ​ເລືອກ​ຢ່າງ​ສະຫຼາດ​ສ່ອງ​​ໃສ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ