ວິ​ສາ​ຫະກິດ​ທຶນຕ່າງປະ​ເທດຢູ່​ຈີນ​ຈະ​ມີ​ໂອ​ກາດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ
2017-03-19 15:23:40  cri 
ວັນ​ທີ 18 ມີນາ​ນີ້, ທ່ານ ຫວາງ​ໂຊ​ວ​ເວີນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: "​ບໍ່​ວ່າ​ໂລກນີ້ຈະ​ເກີດ​ມີ​ລັດທິປົກ​ປ້ອງປະຊາຊົນ​,ລັດທິຮັກສາ​ຮີດ​ເກົ່າ​ແລະ​ລັດທິ​ປົກ​ປ້ອງ​ກາານ​ຄ້າ​ແນວ​​ໃດ, ຈີນ​ກໍ​ຈະ​ຍຶດໝັ້ນການ​ປະຕິ​ຮູບ​ແລະ​ໄຂ​ປະຕູສູ່​ພາຍ​ນອກ" ວິ​ສາ​ຫະກິດ​ທຶນຕ່າງປະ​ເທດ​ຢູ່​ຈີນ​ຈະ​ມີ​ໂອກາດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​.

ໃນ​ກອງ​ປະຊຸມສຸດ​ຍອດ​ເສດຖະກິດ "​ເວທີ​ປຶກສາ​ຫາລື​ຂັ້ນ​ສູງ​ແຫ່ງການ​ພັດທະນາ​ຂອງຈີນ 2017" ທີ່​ຈັດ​ຂຶ້ນ​ໃນ​ມື້ດຽວ​ກັນ, ທ່ານ ຫວາງ​ໂຊ​ວ​ເວິນ ກ່າວ​ວ່າ: ​ໂລກາ​ພິວັດ​ໃນ​ປັດຈຸບັນ​ໄດ້​ປະກົດ​ມີທ່າ​ອ່ຽງສອງ​ຢ່າງ: ດ້ານ​ໜຶ່ງ, ທ່າ​ອ່ຽງ​ແຫ່ງ​ການ​ພັດທະນາ​​ໂລກາ​ພິວັດ​ໄດ້​ເພີ່ມ​ຂຶ້ນ; ອີກ​ດ້ານ​ໜຶ່ງ,ຈັງຫວະ​ໂລກາ​ພິວັດ​ຢູ່​ບາງ​ພາກ​ພື້ນ​ໄດ້​ຊ້າ​ລົງ​ຈົນ​ປະກົດ​ມີ​ສະພາບ​ການ​ພັດທະນາ​ທີ່​ກົງກັນຂ້າມ​ກັບ​ໂລກາ​ພິວັດ.

ບາງ​ປະ​ເທດ​ໄດ້​ໃຊ້ບາງ​ມາດ​ຕະການ​ຈຳກັດ​ການ​ຄ້າ​ຕໍ່​ຈີນ, ມີ​ຄົນ​​ເຫັນ​ວ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ລະບົບ​ການ​ຄ້າ​ຂອງ​ຈີນ​ມີ​ບັນຫາ.

ທ່ານ ຫວາງ​​ໂຊ​ວເວີນ ກ່າວ​ວ່າ: ການວິນິດ​ໄສ​ດັ່ງກ່າວ​ແມ່ນຜິດພາດ, ທີ່ຈິງແລ້ວ​ລະບົບ​ການ​ຄ້າ​ຂອງ​ຈີນ​ໄດ້​ສອດຄ່ອງ​ກັບ​ກະຕິ​ກາ​ທີ່​ກ່ຽວຂ້ອງຂອງສາກົນມາ​ໂດຍ​ຕະຫຼອດ ​ແລະ​ສະພາບ​​ແວດ​ລ້ອມ​ການ​ລົງທຶນ​ຢູ່​ຈີນ​ສຳລັບ​ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ​ກໍ​ນັບ​ມື້​ນັບ​ດີ​ຂຶ້ນ​​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ