ວັນທີ 18 ມີນານີ້, ທ່ານ ຫວາງໂຊວເວີນ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວວ່າ: "ບໍ່ວ່າໂລກນີ້ຈະເກີດມີລັດທິປົກປ້ອງປະຊາຊົນ,ລັດທິຮັກສາຮີດເກົ່າແລະລັດທິປົກປ້ອງກາານຄ້າແນວໃດ, ຈີນກໍຈະຍຶດໝັ້ນການປະຕິຮູບແລະໄຂປະຕູສູ່ພາຍນອກ" ວິສາຫະກິດທຶນຕ່າງປະເທດຢູ່ຈີນຈະມີໂອກາດນັບມື້ນັບຫຼາຍຂຶ້ນ.
ໃນກອງປະຊຸມສຸດຍອດເສດຖະກິດ "ເວທີປຶກສາຫາລືຂັ້ນສູງແຫ່ງການພັດທະນາຂອງຈີນ 2017" ທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານ ຫວາງໂຊວເວິນ ກ່າວວ່າ: ໂລກາພິວັດໃນປັດຈຸບັນໄດ້ປະກົດມີທ່າອ່ຽງສອງຢ່າງ: ດ້ານໜຶ່ງ, ທ່າອ່ຽງແຫ່ງການພັດທະນາໂລກາພິວັດໄດ້ເພີ່ມຂຶ້ນ; ອີກດ້ານໜຶ່ງ,ຈັງຫວະໂລກາພິວັດຢູ່ບາງພາກພື້ນໄດ້ຊ້າລົງຈົນປະກົດມີສະພາບການພັດທະນາທີ່ກົງກັນຂ້າມກັບໂລກາພິວັດ.
ບາງປະເທດໄດ້ໃຊ້ບາງມາດຕະການຈຳກັດການຄ້າຕໍ່ຈີນ, ມີຄົນເຫັນວ່ານີ້ສະແດງໃຫ້ເຫັນວ່າລະບົບການຄ້າຂອງຈີນມີບັນຫາ.
ທ່ານ ຫວາງໂຊວເວີນ ກ່າວວ່າ: ການວິນິດໄສດັ່ງກ່າວແມ່ນຜິດພາດ, ທີ່ຈິງແລ້ວລະບົບການຄ້າຂອງຈີນໄດ້ສອດຄ່ອງກັບກະຕິກາທີ່ກ່ຽວຂ້ອງຂອງສາກົນມາໂດຍຕະຫຼອດ ແລະສະພາບແວດລ້ອມການລົງທຶນຢູ່ຈີນສຳລັບວິສາຫະກິດທຶນຕ່າງປະເທດກໍນັບມື້ນັບດີຂຶ້ນ.