ກຸ່ມ 20 ປະ​ເທດ​ຢ້ຳ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ແລະ​ການ​ທະນາຄານ​ສາກົນ
2017-03-19 15:23:24  cri 
ກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານກາງກຸ່ມ 20 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ບາ​ເດນ-ບາ​ເດນ​ປະ​ເທດ​ເຢຍລະ​ມັນ​ໄດ້​ອັດ​ລົງ​ໃນ​ວັນ​ທີ 18 ມີນາ​ນີ້ ​ໂດຍ​ຢ້ຳ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ແລະ​ການ​ທະນາຄານ​ສາກົນ, ຍຶດໝັ້ນ​ໃຊ້​ນະ​ໂຍບາຍ​ແລະ​ເຄື່ອງມື​ທັງ​ໝົດ ​ທີ່​ລວມທັງ​ນະ​ໂຍບາຍ​ເງິນຕາ, ນະ​ໂຍບາຍ​ການ​ເງິນ ​ແລະ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ ​ເປັນ​ຕົ້ນ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ເຕີບ​ໂຕ​ທີ່​ເຂັ້ມ​ແຂງ, ຕໍ່​ເນື່ອງ, ດຸນ​ດ່ຽງ ​ແລະ​ມີ​ລັກສະນະ​ໂອບອ້ອມ​ອາລີ, ​ເພີ່ມ​ຄວາມ​ໜັກ​ແໜ້ນ​ຂອງ​ເສດຖະກິດ​​ແລະ​ການ​ທະນາຄານ.

ນີ້​ເປັນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ແລະ​ຜູ້​ວ່າການ​ທະນາຄານ​ກາງ​ຄັ້ງ​ທຳ​ອິດ​ຂອງ​ກຸ່ມ 20 ປະ​ເທດ ຫຼາຍ​ລັງ​ເຢຍລະ​ມັນ​ເປັນ​ປະ​ເທດປະທານ​ວຽນ​ກຸ່ມ 20 ປະ​ເທດ, ບັນດາ​ຝ່າຍ​ໄດ້​ລົງ​ເລິກ​ປຶກສາ​ຫາລື​ກັນ ​ໂດຍ​ປິ່ນ​ອ້ອມ​ສະຖານະ​ການ​ເສດຖະກິດ​ທົ່ວ​ໂລກ, ຂອບ​ການ​ເຕີບ​ໂຕ​ທີ່​​ເຂັ້ມ​ແຂງ, ຕໍ່​ເນື່ອງ, ດຸນ​ດ່ຽງ​ແລະ​ມີ​ລັກສະນະ​ໂອບອ້ອມ​ອາລີ, ຊຸກຍູ້​ການ​ລົງທຶນ​ຕໍ່​ອາ​ຟຣິກາ, ​ໂຄງ​ສ້າງ​ການ​ທະນາຄານ​ສາກົນ, ພາສີ​ສາກົນ, ການພັ​ດທະນາ​ແລະ​ຕິດຕາມ​ຄຸ້ມ​ຄອງ​ພາກສ່ວນ​ການ​ທະນາຄານ ​ແລະ​ຫົວ​ຂໍ້​ປົກຄອງ​​ໂລກ​ອື່ນໆ.

ກອງ​ປະຊຸມ​ເຫັນ​ວ່າ, ​ເສດຖະກິດ​ທົ່ວ​ໂລກ​ໄດ້​ຟື້ນ​ຕົວ​ຕື່ມ​ອີກ, ​ແຕ່​ຈັງຫວະ​ເຕີບ​ໂຕ​ຍັງ​ບໍ່​ສູງ ​ແລະ​ຍັງ​ມີ​ຄວາມ​ສ່ຽງ​ທີ່​ອາດ​ຈະ​ຊຸດ​ໂຊມ​ລົງ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ