ລັດຖະມົນຕີ​ການ​ເງິນ​ຈີນ​ແລະ​ອາ​ເມ​ລິ​ກາ​ເນັ້ນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມທາງ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ
2017-03-19 15:23:58  cri 
ທ່ານ​ຊິວ​​ເຈ໋ຍ ລັດຖະມົນຕີ​ກະຊວງ​ການ​ເງິນ​ຈີນ​ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ແລະ​ຜູ້​ວ່າການ​ທະນາຄານ​ກາງຂອງ​ກຸ່ມ 20 ປະ​ເທ​ດທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ບາ​ເດນ-ບາ​ເດນ​ປະ​ເທດ​ເຢຍລະ​ມັນ ​ໄດ້​ເຈລະຈາ​ກັບ​ທ່ານ​ສຕີ​ເວນ ​ເອັມນູຊິນ ລັດຖະມົນຕີ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 18 ມີນາ​ນີ້, ສອງ​ຝ່າຍ​ໄດ້​ກ່າວ​ເນັ້ນ​ວ່າ ຈີນ​ແລະ​ອາ​ເມ​ລິ​ກາຕ້ອງການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ຕື່ມ​ອີກ.

ສອງທ່ານ​ກ່າວ​ວ່າ, ການ​ຮ່ວມ​ມື​ເສດຖະກິດ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ຈີນ​ແລະ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ ​ແລະ​ກໍ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສ​ດ ຖະກິດ​ໂລກ. ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ຈີນ​ແລະ​ອາ​ເມ​ລິ​ກາ​ມີ​ຂະໜາດ​ທີ່​ໃຫຍ່​ໂຕ, ຄວນ​ທະນຸ​ຖະໜອມ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ນີ້​ເປັນ​ການ​ເຈລະຈາ​ຄັ້ງ​ທຳ​ອິດ​ລະຫວ່າງ​ລັດຖະມົນຕີ​ການ​ເງິນ​ຜູ້​ໃໝ່​ຂອງ​ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ