ທ່ານ​ຫວາງ​ອີ້​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
2017-03-19 14:51:32  cri 

ວັນ​ທີ 18 ມີນາ​ນີ້, ທ່ານ​ຫວາງ​ອີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຈລະຈາ​ກັບທ່ານ​ເຣກສ໌ ຕີວ​ເລີຊັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາທີ່​ມາ​ຢ້ຽມຢາມຈີນ.

ທ່ານ​ຫວາງ​ອີ້​ຍິນ​ດີ​ຕ້ອນຮັບ​ທ່ານ​ຕີວ​ເລີ​ຊັນ​ຢ້ຽມຢາມ​ຈີນ ​ແລະ ກ່າວ​ວ່າ, ນັບ​ແຕ່ທ່ານ​ປະທາ​ນາ​ທິບໍດີໂດນັບ ທຣຳຂຶ້ນດຳລົງຕຳ​ແໜ່​ງມາ​ນີ້, ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ຈີນ-​ອາ​ເມ​ລິ​ກາ​ກຳລັງ​ຂະຫຍາຍ​ໄປສູ່​ທິດ​ທາງ​ຕັ້ງໜ້າ​ຢ່າງ​ໜັກ​ແໜ້ນ. ທ່ານຫ​ວາງ​ອີ້​ກ່າວ​ເນັ້ນ​ວ່າ, ຈີນ ກັບ ອາ​ເມ​ລິ​ກາ​ຄວນ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ ປະສານ​ສົມທົບ​ກັນຢ່າງ​ໃກ້​ຊິດ, ​ເພື່ອ​ຮັບ​ປະກັນ​ການ​ໄປມາຫາ​ສູ່ລະຫວ່າງ​ປະມຸກ​ລັດ​ ​ແລະ ​ເຈົ້າ​ໜ້າ​ທີ່​ຂັ້ນ​ຕ່າງໆ​ຂອງ​ສອງ​ປະ​ເທດ​ດຳ​ເນີນ​​ໄປຢ່າງ​ສະ​ດວກ ​ແລະ ​ໄດ້​ຮັບໝາກຜົນ​ທີ່​ອຸດົມ​ສົມ​ບູນ.

ທ່ານ​ຫວາງ​ອີ້​ໄດ້ບັນ​ລະ​ຍາຍ​ຫຼັກການ ​ແລະ ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນຫາ​​ໄຕ້​ຫວັນ ​ແລະ ທະ​ເລ​ຈີນ​ໃຕ້​ໂດຍກ່າວ​ເນັ້ນ​ວ່າ, ສອງ​ຝ່າຍ​ຕ້ອງ​ເຄົາລົບ​ຜົນ​ປະ​ໂຫຍ​ດແກນ​ກາງ ​ແລະ ຄວາມ​ສົນ​ໃຈ​ອັນ​ສຳຄັນ​​ເ​ຊິ່ງກັນ​ແລະ​ກັນ, ​ແກ້​ໄຂ​ບັນຫາ​ອ່ອນ​ໄຫວຢ່າງ​​ເໝາະ​ສົມ​ເພື່ອ​ປ້ອງ​ກັນບໍ່​ໃຫ້ການ​ພົວພັນ​ຈີນ-​ອາ​ເມ​ລິ​ກາ​ຖືກ​ກະທົບກະ​ເທືອ​ນ​ໂດຍບໍ່​ຈຳ​ເປັນ​.

ທ່ານຕີວ​ເລີ​ຊັນ​ກ່າວ​ວ່າ, ນັບ​ແຕ່​ອາ​ເມ​ລິ​ກາ ກັບ​ ຈີນ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​​ເກືອບ 40 ປີ​ມາ​ນີ້, ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ໄດ້​ຮັບຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ. ​ໂດຍ​ປະ​ເຊີນ​ໜ້າ​ກັບ​ສະຖານະ​ການ​ສາກົນ​ທີ່ປ່ຽນ​ແປງ​​ເລື້ອຍໆ ອາ​ເມ​ລິ​ກາ ກັບ​ ຈີນ​ຕ້ອງ​ປະສານ​ສົມທົບ​ກັນ​ຢ່າງ​ໃກ້ຊິດ​ກວ່າ​ເກົ່າ.

ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາ​ມຄິດ​ຄວາມ​ເ​ຫັນ​ຕໍ່​ສະຖານະ​ການ​ແຫຼມ​ເກົາຫຼີ​ໃນ​ປັດ​ຈຸ​ບັນ ​ແລະ ບັນຫາ​ຕ່າງໆ​ທີ່​ສົນ​ໃຈ​ນຳ​ກັນ. ທ່ານ​ຫວາງ​ອີ້​ກ່າວ​ຢ້ຳວ່າ, ຈີນ​ຄັດຄ້ານ​ອາ​ເມ​ລິ​ກາ​ຈັດ​ຕັ້ງ​ລະບົບຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ "ທາດ" ຢູ່​ສ.​ເກົາຫຼີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ