ໄຂງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ລະດູ​ໜາວ​ຢູ່ໂອ​ຕຣິສ໌
2017-03-19 15:23:31  cri 

ວັນ​ທີ 18 ມີນາ​ນີ້ ຕາມ​ເວລາ​ຕ້ອງ​ຖິ່ນ, ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ລະດູ​ໜາວຄັ້ງ​ທີ 11 ​ໄດ້​ຈັດພິທີ​ໄຂ​ງານຢ່າງ​ໃຫຍ່​ໂຕ​ມະ​ໂຫລານຢູ່​ເມືອງ​ສະ​ລາດ​ມີ​ງ​ປະເທດໂອຕຣີສ໌.

ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ລະດູ​ໜາວຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ໄປ​ຮອດ​ວັນ​ທີ 24 ມີນາ​ນີ້, ຕ່າງ​ຈັດ​ຢູ່ 3 ຕົວ​ເມືອງ​ຂອງ​​ໂອ​ຕຣິສ໌ ຄື, ກຣາສ, ສະ​ລາດ​ມີ​ງ ​ແລະ ລາມ​ຊາວ.ນັກ​ກິລາ​ຄົນ​ພິ​ເສດ​​ເກືອບ 2 ພັນ 600 ຄົນ ​ແລະ ຄູ​ເຝິກ 1 ພັນ 100 ຄົນ​ຈາກ 105 ປະ​ເທດ ​ແລະ ​ເຂດ​ແຄວ້ນຈະ​​ເຂົ້າ​ຮ່ວມ​ການ​ແຂ່ງຂັນ 9 ລາຍການໃຫຍ່.

ງານ​ກິ​ລາ​ໂອ​ລິ​ມປິກ​ພິ​ເສດ​ລະດູ​ໜາວ​ຈັດ​ຂຶ້ນ​ແຕ່ລະ 4 ປີ, ​​ແມ່ນການ​ແຂ່ງຂັນ​ລັກສະນະສັງ​ລວມສາກົນ​ໂດຍ​ແນ​ໃສ່​ຄົນພິການທາງສະໝອງ ບົນ​ພື້ນຖານ​ນ້ຳ​ໃຈ​ໂອ​ລິ​ມປິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ