ໂຮງ​ໄຟຟ້າ​ຖ່ານ​ຫີນ​ແຫ່ງ​ສຸດ​ທ້າຍຢູ່​ປັກ​ກິ່ງ​ຢຸດຜະລິດ​ແລ້ວ
2017-03-20 14:51:27  cri 

ໜ່ວຍຈັກ​ຜະລິດ​ໄຟຟ້າຂອງ​ໂຮງ​ໄຟຟ້າ​ຖ່ານ​ຫີນ​ປັກ​ກິ່ງ​ຮວາ​​ເໜິງ ​ເຊິ່ງ​ເປັນ​ໂຮງ​ໄຟຟ້າ​ຖ່ານຫີນ​ຂະ​ໜາດ​ໃຫຍ່​ແຫ່ງ​ທຸດທ້າຍ​ຢູ່ປັກ​ກິ່ງ​ໄດ້ຢຸດ​ຜະລິດ​ໄຟຟ້າ​ແລ້ວ​ແລະ​ຈະ​ປ່ຽນ​ສະພາບ​ເປັນ​ແຫຼ່ງ​​ຜະລິດ​ສຸກ​ເສີນ​ເທົ່າ​ນັ້ນ.​ ຈາກ​ນີ້ ຈິ່ງ​ເຮັດ​ໃຫ້ປັກ​ກິ່ງ​​ບັນລຸ​ເປົ້າ​ໝາຍ​ບໍ່​ໃຊ້​ຖ່ານ​ຫີນ​ຜະລິດ​ໄຟຟ້າ​ ​ແລະ​ກໍກາຍ​ເປັນ​ຕົວ​ເມືອງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​ຈີນ​ທີ່​ຜະລິດຈາກ​​ພະລັງງານ​ທີ່​ສະອາດ 100%. ຂ່າວ​ແຈ້​ງວ່າ: ຫຼັງ​ຢຸດຜະລິດ​​ໄຟຟ້າ​ພະລັງງານຖ່ານ​ຫີນແລ້ວຈະ​ເຮັດ​ໃຫ້ແຕ່ລະ​ປີ ​ສາມາດ​ຫຼຸດຜ່ອນ​ການ​ໃຊ້​ຖ່ານ​ຫີນ​ປະມານ 1 ລ້ານ 7 ​ແສນ 6 ໝື່ນ​ໂຕນ, ຫຼຸດ​ການ​ປ່ອຍ​ຊຸນ​ເຟີ​ດີ​ອົກ​ຊິດ(SO2)91ໂຕນ​,ນິ​​ໂຕຣ​ແຊນ ອົກ​ຊິດ (nitrogen oxides)ປະມານ 285 ​ໂຕນ​ແລະຝຸ່ນລະອອງ 110 ​ໂຕນ.


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ