ກ​ອງປະຊຸມ​ສົ່ງ​ເສີມ​ງານ​ວາງສະ​ແດງ​ສິນຄ້າ​ອາຊີ​ໃຕ້​ແລະ​ອາຊີ​ຕາ​​ເວັນ​ອອກສຽງ​ໃຕ້2017 ​ແລະ ການ​ຖະ​ແຫລ​ງຂ່າວ​​ການ​ປຶກສາ​ຫາ​ລື​ການ​ຄ້າ​ແລະ​ການລົງ​ທຶນຈັດ​ຂື້ນ​ທີ່​ນະຄອນຫລວງ​ປັ​​ກກິ່ງສປ ຈີນ
2017-03-20 17:36:19  cri 


ກ​ອງປະຊຸມ​ສົ່ງ​ເສີມ​ງານ​ວາງສະ​ແດງ​ສິນຄ້າ​ອາຊີ​ໃຕ້​ແລະ​ອາຊີ​ຕາ​​ເວັນ​ອອກສຽງ​ໃຕ້ 2017 ​ແລະ ການ​ຖະ​ແຫລ​ງຂ່າວ​​ການ​ປຶກສາ​ຫາ​ລື​ການ​ຄ້າ​ແລະ​ການລົງ​ທຶນ ​ໄດ້​ຈັດ​ຂື້ນ​ທີ່​ນະຄອນຫລວງ​ປັ​​ກກິ່ງສປ ຈີນໃນ​ວັນ​ທີ 20 ມີນານີ້.​ໂດຍ​​ກາ​ນ​ເປັນ​ປະທານ​ຂອງ​ທ່ານ ກາວ​ ຊູ​ຊຸນ ຫົວໜ້າຄະນະ​ຈັດ​ງານ​ວາງສະ​ແດ​ງ​ຄັ້ງ​ນີ້ ​ແລະ ​ຜູ້ຕາງໜ້າຈາກ​ສະ​​ພາ​ສົ່ງ​ເສີມການ​ຄ້າສາກົນ​ປະ​ເທ​ດຈີນ,ນັກ​ທຸ​ລະ​ກິດ​ ​ພອ້ມດ້ວຍ​ທີ່​ປຶກສາ​ທູດ​​ການ​ຄ້າ ຕ່າງປະ​ເທ​ດປະຈຳ​ສປຈີນ ​ແລະ​ພາກ​ສວ່ນ ທີ່​ກ່ຽວຂອ້ງ ຕ່າງໆ ​ເຂົ້າຮ່ວມ 200ກ່ວາ​ຄົນ.


​ໃນ​ພິທີ​ນີ້, ​ທ່ານ ກາວ​ ຊູ​ຊຸນ ​ໄດ້​ນຳ​ສະ​ເໜີ​ການ​ພັ​​​ດທະ​ນາ​ດ້ານ​ເສ​ດຖະກິດ​, ສັງ​ຄົມ,ວັດທະນະທຳ​ແລະພື້ນ​​ຖານ​​ໂຄງລ່າງ​ຂອງ​ແຂວງ​​ຢຸນນານ​ໂດຍ​ສະ​ເພາະ​ການ​ຄົມມະນາຄົມ​ທາ​ງອາກາດ,ທາງ​ທະ​ເລ ​​ແລະ​ທາງບົກ ທີ່​ມີ​ຄວາມ​ສະດວກ​ສະບາຍ​ຮອບດ້ານ​ ທີ່​​ສາ​ມາດດຶງ​ດູດ​ຄວາມ​ສົນ​ໃຈ​ຂອງນັກ​ລົງທຶນທັງ​ພາຍ​ໃນ​ແລະ​ຕ່າງປະ​ເທ​ດ​ໄ​ດ້​​​ຢ່າງ​ຫລວງຫລາຍ ​ແລະ ກໍ່​ພອ້ມທີ່​ຈະ​ຊວ່ຍ​ເຫ​ລື​ອ ​​ໃຫ້​ຄຳ​ປຶ​​ກສາ​ ​ແລະ​ອຳນວຍ​ຄວາມ ສະດວກ ທຸກດ້ານ​ໃຫ້​ແກ່ນັກ​ລົງທຶນທີ່ ມີຄວາມ​ສົນ​ໃຈ​ຢາກ​ມາລົງທຶນຢູ່​ແຂວງ​ ຢຸນນານ.


ສຳ​ລັບ​ງານ​ວາງສະ​ແດງ ສິນຄ້າ​ອາຊີ​ໃຕ້​ແລະ​ອາຊີ​ຕາ​​ເວັນ​ອອກສຽງ​ໃຕ້ຈະ​ຈັ​​ດຂຶ້ນ​ຢູ່​ຄຸນໝິງ​ໃນ​ວັນ​ທີ 12-18 ມິ​ຖູ​ນາປີ​ນີ້,ພາຍ​ໃຕ້​ຫົວ​ຂໍ້ ​ໂອ​ກາດ​ການປະດິດ​ສ້າງ​ໃໝ່ ​ແລະ ສະ​ແຫວ​ງຫາ​ກາ​ນພັດທະນາ​ໃໝ່.​ເຊິ່ງຈະ​ມີຮ້ານ​ວາງສະ​ແດງ ສິນຄ້າ 18 ​ແຫ່ງ ​ແລະ​ຫອ້ງຈຳໜ່າຍສິນ​ຄ້າ​ 8000 ຫອ້ງ.


ຈຸ​ດປະສົງ​ຕົ້ນຕໍ​ຂອງ​ງານນີ້ ​ແມ່ນ​ສຸມ​ໃສ່​ລົງ​ເລິ​ກການ​ຕິດ​ຕໍ່​ພົວ​ພັນ​ດ້ານ​ນະ​​ໂຍບາຍ​ການ​ເຊື່ອ​ມຈອດ​​ກັນ​ທາງ​ດ້ານ​ພື້ນ​​ຖານ​ໂຄງລ່າງ ​ແລະ​ເຮັດ​ໃຫ້​ການ​ຄ້າ​ ​ແລະການ​ແລກປ່ຽນການ​ລົງທຶນ ມີຄວາມ​ສະດວກ​ສະບາຍຫລາຍ​ຂຶ້ນ​ກ່ວາ​ເກົ່າ​ ລວມທັງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະຊາຊົນ​ຈີນ-​ອາຊີ​​ໃຕ້ ​ແລະ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ກໍ່​ຄື​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແລະ​ເຂດ​ແຄ້ວ​ນຕ່າງໆ ​ເພື່ອ​​​ເຮັດໃຫ້​ທຸກ​​ຝ່າຍໄດ້ຮັບ​ຜົນ​ປະ​ໂຫຍ​ດ.



ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ