ຄະນະ​ກຳມະການຈັດໂອ​ແລມປິກ​ລະດູ​ໜາວ​ປັກ​ກິ່ງ​ເປີດຮັບ​ສະໝັກ​​ເຈົ້າ​ໜ້າ​ທີ່ທົ່ວ​ໂລກ
2017-03-20 16:48:42  cri 
ວັນ​ທີ 20 ມີນາ​ນີ້, ຄະ​ນະ​ກຳມະການ​ຈັດ​ງານ​ໂອ​ແລ​ມປິກ​ລະດູ​ໜາວ​ປັກ​ກິ່ງ​ອອກ​​ແຈ້ງການ​ວ່າ​ ຈະ​ເປີດ​ຮັບ​ສະໝັກ​​ເຈົ້າ​ໜ້າ​ທີ່ 21 ຕຳ​ແໜ່​ງ 22 ຄົນ​ໃນ​ທົ່ວ​ໂລກ​ເປັນ​ຄັ້ງ​ທຳ​ອິດ, ​ໃນນີ້ 10 ຕຳ​ແໜ່​ງຈະ​ຮັບ​ສະໝັກ​ໃນ​ທົ່ວ​ໂລກ ​​ໂດຍຈະ​ຈັດ​ສອບ​ເປັນ​ລາຍ​ລັກ​ອັກສອນ ​ແລະ​ສອບການ​ສຳ​ຜາດແຕ່​​ເດືອນ​ເມສາ​ຫາ​ເດືອນ​ພຶດສະພາປີ​ນີ້.

ຄະນະດັ່ງ​ກ່າວ​ຮັບຜິດ​ຊອບການກະກຽມ ​ແລະ​ຈັດ​ງານ​ໂອ​ແລມປິກ​ລະດູ​ໜາວ ພ້ອມ​ທັງໂອ​ແລມປິກ​ຄົນ​ພິການ​ລະດູ​ໜາວ​ໃນ​ປີ 2022 ​ເຊິ່ງ​ປັດຈຸບັນ​ມີ 9 ໜ່ວຍງານ​ ​ແລະ 2 ​ສູນ​ກາງ​ ລວມມີ​ພະນັກງານ​​ເບື້ອງຕົ້ນ​ກວ່າ 170 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ