ລັດຖະບານ​ອິນ​​ໂດ​ເນ​ເຊຍຕັ້ງເປົ້າ​​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ປີ 2018 ​​ໃຫ້​ໄດ້ 6,1%
2017-03-20 16:55:26  cri 
ທ່ານ​ໂຈ​ໂກ ວີ​ໂດ​ໂດ ນາຍົກລັດຖະມົນຕີອິນ​ໂດ​ເນ​ເຊຍກ່າວ​ໃນ​ກອງ​ປະຊຸມ​ຄົບ​ຄະນະສະພາ​ລັດຖະບານຂອງ​ປະ​ເທດ​ຕົນວ່າ: ຕ້ອງຍົກ​ຈັງຫວະ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ປີ 2018 ​​ໃຫ້​ເພີ່​ມ 5,4% ​​ເປັນ 6,1% ​ແລະ​​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ໄດ້ຮຽກຮ້ອງ​ໃຫ້​​ແຕ່ລະ​ໜ່ວຍ​ງານ​ກຳນົດ ​ແລະ​ປະຕິບັດ​ແຜນ​ພັດທະນາ​​ໃຫ້​​ເກີດ​ຜົນເປັນ​ຈິງ ທັງຍົກ​ກຳລັງການ​ຜະ​ລິດ​ໃຫ້​ສູງ​ຂຶ້ນ ພ້ອມ​ທັງ​ຊຸກຍູ້​ການ​ລົງທຶນ ​ແລະ​ການ​ເຕີບ​ໂຕທາງ​ເສດຖະກິດ.

ຂະນະ​ທີ່ທ່ານບຳບັງ ​ໂບຣດ​ໂຈ​ເນ​ໂກ​ໂຣ ລັດຖະມົນຕີ​ກະຊວງ​ເສດ​ຖະກິດ ​ແລະ​ແຜນການ​ພັດທະນາ​ອິນ​​ໂດ​ເນ​ເຊຍກໍກ່າວ​ວ່າ: ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ທາງເສດ​ຖະກິດ​ຂອງ​ປະ​ເທດ​ຕົນ​ໃນ​ປີ 2018 ​ຈະ​ໃຫ້​ຢູ່​ໃນ​ລະ​ດັບ 6,1% ​ໂດຍ​ແຕ່ລະ​ເຂດ​ຕ້ອງ​ເປັນ​ເຈົ້າ​ການຈັດ​ຕັ້ງ​ປະຕິບັດ​ລວມ​ສະໜັບສະໜູນທັງ​ສູ​ນກາງ ​ແລະ​ທ້ອງ​ຖິ່ນ​ກໍ​ຕ້ອງ​ໄດ້​ປະສານ​ສົມທົບກັບ​ຢ່າງ​ແໜ້ນ​ແຟ້ນ, ຂະນະ​ທີ່​ສູນ​ກາງ​ຈະ​ຊຸກຍູ້​ວິ​ສາ​ຫະກິດ​ເອກະ​ຊົນຮ່ວມ​ລົງທຶນ​ໃນ​ທົ່ວ​ປະ​ເທ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ