ທະຫານ​ແລະ​ຕຳຫຼວດ​ໄທ​ກວດ​ພົບ​ອາວຸດ​ເປັນ​ຈຳນວນ​ຫຼາຍຢູ່​ເຮືອນ​​ແກນນຳ​ກຸ່ມ​ເສື້ອ​ແດງ
2017-03-20 17:02:28  cri 
ຕາມ​ຂ່າວສານ​ຈີນ:ຕຳຫຼວດ​ໄທ​ກ່າວ​ວ່າ,ທະຫານ​ແລະ​ຕຳຫຼວດ​ໄດ້​ກວດ​ຄົ້ນ​​ເຮືອນ​ຫຼັງ​ໜຶ່ງ​ຢູ່​ແຂວງ​ປະທຸມ​ທານີ​ເຊິ່ງ​ເປັນ​ເຮືອນຂອງ​ທ່ານ​ວຸດ​ຕິ​ພົງ ​ໂກ​ຊາ​ທຳ​ມະ​ກຸນ ​ແກນນຳ​ກຸ່ມ​ເສື້ອ​ແດງ​​​ໃນ​ວັນ​ທີ 18 ມີນາ​ນີ້ແລະ​​ໄດ້​ພົບ​ອາວຸດ​ແລະ​ລູກປືນ​​ເປັນຈຳນວນ​ຫຼາຍ.
ຫຼັງສອບ​ສວນ​ເບື້ອງ​ຕົ້ນ,ຜູ້​ເຝົ້າ​ເຮືອນ​ຫຼັງນີ້​ຮັບ​ສາລະພາບ​ວ່າ,​ທ່ານ​ວຸດ​ທິພົງ​ໄດ້​ນຳ​ເອົາ​ອາວຸດ​ເຫຼົ່ານີ້​ມາ​ເກັບ​ໄວ້​ຢູ່​ເຮືອນ​ຫຼັງນີ້​ຫຼັງການ​ຊຸມນຸມຕໍ່ຕ້ານ​ລັດຖະບານ​ເມື່ອ​ປີ 2010 ​ເຊິ່ງຕົນບໍ່​ຮູ້​ເລື່ອງ.ຂະນະ​ທີ່ຕຳຫຼວດກໍກ່າວ​ວ່າ,ຈະ​ສືບສວນ​ສອບ​ສວນ​ທີ່​ມາ​ແລະ​​ເປົ້າ​ໝາຍການ​ນຳ​ໃຊ້​ອາ​ວຸດ​ເຫຼົ່ານີ້.,
ຫຼາຍ​ປີຜ່ານມາ,ກຸ່ມ​ເສື້ອ​ແດງ​ໄທ​ຫຼືທີ່ເອິ້ນກັນ​ວ່າ ​ແນວ​ຮ່ວມ​ປະຊາທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ເຄີຍ​ປະ​ທະ​ກັບ​ທະຫານ​ແລະ​ຕຳ​ຫຼວດ​ຫຼາຍ​ເທື່ອເນື່ອງ​ຈາກ​ຈັດການ​ຊຸມນຸມ​ຕໍ່ຕ້ານ​ລັດຖະບານ​ແລະ​ຈາກການ​ປະ​ທະ​ກັນ​ສົ່ງ​ຜົນ​ເຮັດ​ໃຫ້​ເກີດ​ການ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງ​ຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ