ຕຳຫຼວດມາ​ເລ​ເຊຍ​ຢືນຢັນພົບ​ເຫັນອີກ​ຫຼາຍຄົນ​ກ່ຽວ​ພັນ​ກັບຄະດີ​ຊາຍສປປ​ເກົາຫຼີ​ເສຍ​ຊີວິດ
2017-03-20 17:10:58  cri 
ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ຄາ​ລິດ ອາ​ບູ ບາ​ກາ ຜູ້​ບັນຊາ​ການ​ໃຫຍ່​ກົມ​ຕຳຫຼວດມາ​ເລ​ເຊຍ​ກ່າວ​ໃນ​ວັນ​ທີ 19 ມີນາ​ນີ້​ວ່າ,​ເຈົ້າ​ໜ້າ​ທີ່​ຕຳຫຼວດພົບ​ເຫັນ​ຫຼັງສືບສວນ​ສືບສວນ​ຄະດີ​ຊາຍສປປ​ເກົາຫຼີ​ເສຍ​ຊີວິດ​​ໂດຍນອກຈາກ​ຜູ້​ຕ້ອງ​ສົງ​ໄສ​ຫຼາຍຄົນ​ທີ່​ເປີດ​ເຜີຍ​ກ່ອນ​ໜ້າ​ນີ້​ແລ້ວ,ອາດ​ຈະ​ມີ​ອີກ​ຫຼາຍຄົນ​ກ່ຽວ​ພັນ​ກັບ​ຄະດີ​ນີ້ລວມທັງ "ບຸກຄົນ​ສຳຄັນ".
ສຳນັກ​ຂ່າວສານ​ມາ​ເລ​ເຊຍ​ລາຍ​ງານ​​ໂດຍ​ອ້າງ​ຕາມການ​ເປີດ​ເຜີຍ​ຂອງທ່ານ​ຄາ​ລິດທີ່​ກ່າວ​ໃນ​ວັນ​ທີ 19 ມີນາ​ນີ້​ວ່າ,ຜູ້​ທີ່​ກ່ຽວ​ພັນ​ກັບ​ຄະດີ​ນັ້ນມີທັງ​ພົນລະ​ເມືອງ​ສປປ​ເກົາຫຼີ​ເຊິ່ງເຈົ້າ​ໜ້າ​ທີ່​ຕຳຫຼວດຈະ​ອີງ​ຕາມກົດໝາຍ​ແລະ​ໃຊ້​ວິທີການ​ທີ່​ເໝາະ​ສົມ​​ເພື່ອ​ຈັບ​ຜູ້​ທີ່​ກ່ຽວຂ້ອງ,​ແຕ່​ປັດຈຸບັນ​ຍັງ​ບໍ່​ສາມາດ​​ເປີດ​ເຜີຍ​ຖານະ​ຂອງ​ເຂົາ​ເຈົ້າ​ໄດ້​ເທື່ອ.
​ແນວ​ໃດ​ກໍ​ດີ,​ເຈົ້າ​ໜ້າ​ທີ່​ຕຳຫຼວດ​​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ​ຂອງ​ຜູ້​ຕ້ອງ​ສົງ​ໄສ​ຫຼາຍຄົນ​ໃນ​ໄລຍະ​ສືບສວນ​ສອບ​ສວນ​ແລ້ວ​ຜູ້​ຕ້ອງ​ສົງ​ໄສ​ສັນຊາດ​ສປປ​ເກົາຫຼີ 4 ຄົນ​ໄດ້​ຖືກ​ອົງການ​ຕຳຫຼວດ​ສາກົນ​ສັ່ງ​ຈັບ​ແຕ່​ພວກ​ເຂົາໄດ້ໜີກັບ​ຄືນ​ສປປ​ເກົາຫຼີ​ແລ້ວ.ທ່ານ​ຄາ​ລິດ​ຍັງ​ຕື່ມກ່າວ​ວ່າ,ຫວັງ​ໃຫ້​ສປປ​ເກົາຫຼີ ຊ່ວຍ​ມາ​ເລ​ເຊຍ​ສືບສວນ​ສອບ​ສວນແລ​ະມອບ​ຜູ້​ຕ້ອງ​ສົງ​ໄສ 4 ຄົນ​ນີ້​ໃຫ້​ຕຳ​ຫຼວດມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ