ກອງ​ກຽດຕິຍົດ​ສາມ​ເຫຼົ່າ​ທັບ​ຂອງກອງທັບປົດ​ປ່ອຍປະ​ຊາ​ຊົນ​ຈີນ​ເຂົ້າ​ຮ່ວມ​ການ​ຊ້ອມ​ສວນສະໜາມ "ວັນ​ປາ​ກິ​ສະຖານ" ​ເປັນ​ຄັ້ງ​ທຳ​ອິດ
2017-03-20 09:52:58  cri 
ຕາມ​ຂ່າ​ວສານ​ຊິນ​ຮວາ: ການ​ຊ້ອມ​ສວນສະໜາມ "ວັນ​ປາ​ກິ​ສະຖານ" ​ໄດ້​ຈັດ​ຂຶ້ນ​ຢູ່​ອີສລາມາ​ບັດ​ໃນ​ວັນ​ທີ 19 ມີນາ​ນີ້ ​ໂດຍກອງ​ກຽດຕິຍົດ​ສາມ​ເຫຼົ່າ​ທັບຂອງ​ກອງທັບປົດ​ປ່ອຍປະ​ຊາ​ຊົນ​ຈີນ​ໄດ້​ເຂົ້າ​ຮ່ວມເປັນ​ຄັ້ງ​ທຳ​ອິດ ​ແລະ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ປະຊາຊົນ​ທ້ອງ​ຖິ່ນ​ຢ່າງ​ຫຼວງຫຼາຍ.

ປາ​ກິ​ສະຖານ​ຈະ​ຈັດ​ພິທີ​ສວນສະໜາມ​ໃຫຍ່​ໂຕ​ມະ​ໂຫລານ​ໃນ​ "ວັນ​ປາ​ກິ​ສະຖານ" ຄື ວັນ​ທີ 23 ມີນາ​ນີ້ ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງເສນາ​ທິການ​ໃຫຍ່​ກອງທັບ​ບົກ​ປາ​ກິ​ສະຖານ, ກອງ​ກຽດຕິຍົດ​ສາມ​ເຫຼົ່າ​ທັບ​ຂອງກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ຈະ​ສົ່ງ​ກ້ອນ​ກຳລັງ​​ເຂົ້າ​ຮ່ວມ​ພິທີ​ສວນສະໜາມດັ່ງກ່າວ​ເປັນ​ຄັ້ງທຳ​ອິດ.

ພັນ​ເອກ​ພິ​ເສດ​ຈ່າງ​ຈ້າວ​ຫົງ ຫົວໜ້າ​ການ​ເມືອງກອງ​ກຽດຕິຍົດ​ສາມ​ເຫຼົ່າ​ທັບ​ຂອງກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ເປີດ​ເຜີຍ​ວ່າ, ​ເພື່ອ​ເຂົ້າ​ຮ່ວມ​ການ​ສວນສະໜາມ​ເທື່ອ​ນີ້, ກອງ​ກຽດຕິຍົດ​ສາມ​ເຫຼົ່າ​ທັບ​ໄດ້​ຈັດ​ຕັ້ງ​ກ້ອນ​ກຳລັງໜຶ່ງ​ທີ່​ມີ 90 ຄົນ ​ແລະ​ຈະ​ມີພຽງ​ແຕ່ 72 ຄົນ​ເຂົ້າຮ່ວມ​ການ​ສວນສະໜາມ​ທາງ​ການ ​ແລະ​ເພື່ອ​ຊຸກຍູ້​ການ​ແລ​ກປ່ຽນ​​ແລະຮ່ວມ​ມື​ທາງ​ການ​ທະຫານ​ລະຫວ່າງ​ຈີນ​ກັບ​ປາ​ກິ​ສະຖານ​ໃຫ້​ດີກ​ວ່າ​ເກົ່າ, ກ້ອນ​ກຳລັງຂອງ​ຕົນ​ກໍ​ໄດ້​ກະກຽມ​​ເປັນ​ຢ່າງ​ດີ ​ແລະ​ຝຶກ​ຊ້ອມ​ຢ່າງ​ເຄັ່ງຄັດ ​ຄຽງ​ຄູ່​ກັນ​ນີ້, ​ໄດ້​ອົບຮົມ​ທະຫານ​​ໃນ​ກ້ອນ​ກຳລັງ​ດັ່ງກ່າວ​ໃຫ້​ຮູ້ຈັກ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ປາ​ກິ​ສະຖານ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ