ຕາມຂ່າວສານອາເປ: ທ່ານໂຣດຣິໂກ ດູເຕີເຕ ປະທານາທິບໍດີຟີລິບປິນເປີດເຜີຍໃນວັນທີ 19 ມີນານີ້ວ່າ, ຕົນບໍ່ຢ້ານຖືກຖອດຖອນ ແລະການກ່າວຟ້ອງໃນເວທີສາກົນຕໍ່ການເກືອດຫ້າມຢາເສບຕິດຂອງຕົນ, ມີແຕ່ຜູ້ຄ້າຂາຍຢາເສບຕິດຢຸດການຄ້າຂາຍ ຈິ່ງຈະຢຸດການເກືອດຫ້າມໄດ້.
ທ່ານໄກຣ ອາເລຈາໂນ ສະມາຊິກສະພາແຫ່ງຊາດຟີລິບປິນໄດ້ຍື່ນໜັງສືຖອດຖອນທ່ານດູເຕີເຕຕໍ່ສະພາແຫ່ງຊາດໃນວັນທີ 16 ມີນານີ້ ເຊິ່ງກໍຄາດວ່າສະພາແຫ່ງຊາດຈະບໍ່ພິຈາລະນາ ຂະນະດຽວກັນກໍມີທະນາຍຄວາມຂູ່ຈະຮ້ອງຟ້ອງທ່ານດູເຕີເຕຂຶ້ນສານອາຍາສາກົນ ໃນກໍລະນີທີ່ສງັຫານຜູ້ຄ້າຢາເສບຕິດຊາວຟີລິບປິນໂດຍບໍ່ໄດ້ຜ່ານການຕັດສິນຕາມກົດໝາຍ.