ຮອງ​ນາຍົກ​ຈີນເຂົ້າ​ຮ່ວມ​ກອງ​ປະຊຸມ​​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ​-ຟີ​ລິບ​ປິນ
2017-03-20 16:24:34  cri 
ຕາມ​ຂ່າວສານ​ຈີນ: ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ-ຟີ​ລິບ​ປິນ ກໍ​ຄື​ງານ​ພົບ​ປະ​ສັງ​ສັນ​ທາງການ​ຄ້າ​ແລະ​ການ​ລົງທຶນຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຈີນ-ຟີ​ລິບ​ປິນ ​ໂດຍ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມະນີ​ລາ​ປະ​ເທດ​ຟີ​ລິບ​ປິນ ​ໃນ​ວັນ​ທີ 18 ມີນາ​ນີ້, ທ່ານ​ວາງຢ໋າງ​ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​​ດັ່ງກ່າວ.

​ທ່ານ​ວາງຢ໋າງກ່າວ​ໃນ​ກອງ​ປະຊຸມ​ວ່າ, ຂໍ​ພຽງແຕ່​ຍຶດໝັ້ນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຄິດເຖິງ​ຜົນ​ປະ​ໂຫຍ​ດ ​ແລະ​ຄວາ​ມສາມັກຄີ​ປອງ​ດອງ​ກັນ ກໍ​ຄື​ຍຶດໝັ້ນ​ການ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ການ​ພົວພັນ​ຈີນ-ຟີ​ລິບ​ປິນຈະ​ກ້າວໜ້າ​ຕາມ​ເສັ້ນທາງ​ທີ່ຖືກຕ້ອງ​ຢ່າງ​ບໍ່​ຢຸດ​ຢັ້ງ.

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ ​ແລະ​ງານ​ພົບ​ປະ​ສັງ​ສັນ​ທາງການ​ຄ້າ​ແລະ​ການ​ລົງທຶນຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຈີນ-ຟີ​ລິບ​ປິນ​​ເປັນ​ການຈັດ​ຂຶ້ນ​ຮ່ວມ​ລະຫວ່າງ​ສະມາຄົມ​ສົ່ງ​ເສີມ​ການ​ຄ້າ​ຈີນ, ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຈີນ​ຫຼື ICBC ກະຊວງ​ການ​ຄ້າ​ແລະ​ອຸດສາຫະກຳ​ຟີ​ລິບ​ປິນ ​ແລະ​ສະພາ​ການ​ຄ້າ​ສາກົນ​ຟີ​ລິບ​ປິນ ​ເຊິ່ງມີຜູ້​ແທນຈາກ​ລັດຖະບານ​ແລະ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ສອງ​ປະ​ເທດ​ຈີນ-ຟີ​ລິບ​ປິນ 500 ກວ່າ​ທ່ານ​​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ