ປະ​ທານ​ປະ​ເທດ​ຈີນ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ
2017-03-20 16:08:28  cri 

 

    ຕາມ​ຂ່າ​ວ​ສານ​ຊິນ​ຮ​ວາ: ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ເຣັກ​ສ໌ ຕີ​ເລີ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເມື່ອ​ວັນ​ທີ 19 ມີ​ນານີ້.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ວ່າ, ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຈະ​ໃຫຍ່ກວ່າ​ຄວາມ​ຂັດ​ແຍ້ງ​ກັນ, ການ​ຮ່ວມ​ມື​ແມ່ນ​ການ​​ເລືອກ​ທີ່​ຖືກ​ຕ້ອງ​ພຽງໜຶ່ງດຽວ​ເທົ່າ​ນັ້ນ. ຈາກນີ້ ສອງ​ຝ່າຍ​ຄວນ​ເບິ່ງ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ຈາກ​ຜົນ​ປະ​ໂຫຍດ​ຍາວ​ໄກ​ແລະ​ມຸມ​ຍຸດ​ທະ​ສາດ, ເປີດກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື ແລະ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຂະ​ນະ​ດຽວ​ກັນ, ຄວນ​ສົ່ງ​ເສີມ​ແລະ​ເປີດກວ້າງ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ວຍ​ໄມຕີຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ ເພື່ອ​ຮັດ​ແໜ້ນ​ພື້ນ​ຖານ​ທາງ​ສັງ​ຄົມ​ຂອງ​ສາຍ​ພົວ​ພັນ​ສອງ​ປະ​ເທດ.


    ທ່ານ ຕີ​ເລີ​ຊັນ ໄດ້​ຝາກ​ຄວາມ​ຖາມ​ຂ່າວ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໂດ​ນັນ ທ​ຣຳ ຕໍ່​ທ່ານ ສີ​ຈິ້ນ​ຜິງ ແລະ​ກ່າວ​ວ່າ, ທ່ານ​ປະ​ທານ​າ​ທິ​ບໍ​ດີ​ທ​ຣຳ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ແລະ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ທັງຫວັງ​ວ່າ​ຈະ​ສາ​ມາດ​ຈັດ​ການ​ພົບ​ປະ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໂດຍ​ໄວ ແລະ​ມີ​ໂອ​ກາດ​ຢ້ຽມ​ຢາມ​ຈີນ ເພື່ອ​ກຳ​ນົດ​ທິດ​ທາງ​ໃຫ້​ແກ່​ການ​ເສີ​ມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃນ 50 ​ປີຂ້າງ​ໜ້າ.

    ​ໂອ​ກາດນີ້, ທ່ານ ສີ​ຈິ້ນ​ຜິງ ໄດ້ຝາກ​ຄວາມ​ຖາມ​ຂ່າວ​ເຖິງ​ປະ​ທານ​ປະ​ນາ​ທິ​ບໍ​ດີ​ທ​ຣຳ ໂດຍ​ຜ່ານ​ທ່ານ ຕີ​ເລີ​ຊັນແລະ​ຍິນ​ດີ​ຕ້ອນ​ຮັບການ​ເດີນ​ທາງມາ​ຢ້ຽມ​ຢາມ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ