ງານ​ວາງ​ສະ​ແດງ​ໃບ​ຊາ​ແລະ​ກາ​ເຟ​ສາ​ກົນ​ມາ​ເລ​ເຊຍ 2017 ຈັດຂຶ້ນ​ຢູ່​ກົວ​ລາ​ລຳ​ເປີ
2017-03-20 16:12:28  cri 
    ງານ​ວາງ​ສະ​ແດງ​ໃບ​ຊາ​ແລະ​ກາ​ເຟ​ສາ​ກົນ​ມາ​ເລ​ເຊຍ 2017 ໄດ້​ຈັດ​​ຂຶ້ນ​ຢູ່​ນະ​ຄອນຫຼວງກົວ​ລາ​ລຳ​ເປີໃນ​ວັນ​ທີ 17 ມີ​ນານີ້.

    ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ​ເກືອບ 200 ແຫ່ງ​ຈາກ 8 ປະ​ເທດ​ແລະ​ເຂ​ດ​ແຄວ້ນ ເປັນ​ຕົ້ນ ຈີນ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ຫວຽດ​ນາມ, ມາ​ເລ​ເຊຍ ແລະ​ອື່ນໆ​ເຂົ້າ​ຮ່ວມ, ​ຂະ​ນະ​ທີ່ວິ​ສາ​ຫະ​ກິດ​ໃບ​ຊາ​ຈີນ 15 ແຫ່ງ​​ໄດ້ກາຍ​ເປັນ​ຈຸດ​ເດັ່ນ​ແລະ​ສົນ​ໃຈ​ຂອງ​ງານ​.

    ທ່ານ ຊິວ​ກາ​ວາຍ ຫົວ​ໜ້າ​ອົງ​ການ​ທ່ອງ​ທ່ຽວ​ມາ​ເລ​ເຊຍ ກ່າວ​ວ່າ, ງານ​ວາງ​ສະ​ແດງ​ໃບ​ຊາ​ແລະ​ກາ​ເຟ​ສາ​ກົນ​ມາ​ເລ​ເຊຍ ແມ່ນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ລະ​ດັບ​ໂລກ ເຊິ່ງວິ​ສາ​ຫະ​ກິດ​ທີ່​ມີ​ຊື່​ສຽງ​ຂອງ​ໂລກຫຼາຍ​ແຫ່ງ​ໄດ້​ເຂົ້າ​ຮ່ວມ ແລະ​ອົງ​ການ​ຕົນ​ກໍ​ຈະ​ສະ​ໜັບ​ສະ​ໜູນ​ຢ່າງເຕັມ​ທີ່. ແນວ​ໃດ​ກໍ​ດີ, ຫວັງ​ວ່າ​ວິ​ສາ​ຫະ​ກິດ​ທີ່​ມາ​ຮ່ວມ ​ຈະ​ກຳ​ໂອ​ກາດ, ນຳ​ໃຊ້​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ຢ່າງ​ເຕັມ​ສ່ວນ​ເພື່ອ​ເພີ່ມ​ທະ​ວີການ​ແລກ​ປ່ຽນ​, ​ການ​ຮ່ວມ​ມື​ກັນ ແລະ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ