ທ່ານ​ນາງ ປັກ​ກຸນ​ເຮ ອາດ​ຈະ​ຖືກ​ຕັດ​ອິດ​ສະຫຼະ​ພາບ​ຕະຫຼອດ​ຊີ​ວິດ
2017-03-20 16:18:32  cri 
    ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ໄອ​ຍະ​ການ​ເຂດ​ສູນ​ກາງ​ເຊ​ອຸນ​ສ.ເກົາຫຼີ ກ່າວ​ໃນ​ວັນ​ທີ 18 ມີ​ນານີ້​ວ່າ, ອົງ​ການ​ຕົນ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ກຽມ​​ຂໍໝາຍ​ສັ່ງ​ຈັບ​ທ່ານ​ນາງ ປັກ​ກຸນ​ເຮ ອະ​ດີດ​ປະ​ທາ​ນາ​ທ​ບໍ​ດີຢ່າງ​ເປັນ​ທາງ​ການ​ຕໍ່​ສານ​ໃນ​ຂໍ້​ຫາ 13 ຂໍ້ ເຊັ່ນ​ກິນ​ສິນ​ບົນ​ເປັນ​ຕົ້ນ​ໃນ​ຄະ​ດີ 'ນາງ ໂຊຍ​ຊູນ​ຊິວ​ເຂົ້າ​ແຊກ​ແຊງ​ການ​ປົກ​ຄອງ​ລັດ' ​ແລະ​ຖ້າ​​ການ​ຖືກ​ຕັດ​ສິນ​ເປັນ​​ຄວາມ​ຈິງ​ແລ້ວ, ທ່ານ​ນາງ​ ປັກ​ກຸນ​ເຮ ອາດ​ຈະ​ຖືກ​ຕັດ​ອິດ​ສະຫຼະ​ພາບ​ຕະຫຼອດ​ຊີ​ວິດ.

    ນອກນີ້, ໜ່ວຍ​ງານ​ໄອ​ຍະ​ການ​ທີ່​ເປັນ​ອິດ​ສະຫຼະ​ທີ່​ຮັບຜິດ​ຊອບ​ເຫດ​ການ​ດັ່ງ​ກ່າວ ໄດ້​ດຳ​ເນີນ​ການ​ສືບ​ສວນ​ກຸ່ມ SK ທີ່​ກ່ຽວ​ພັນ​ຄະ​ດີນັ້ນ​ຢ່າງ​ເປັນ​ທາງ​ການມໍ່ໆ​ມານີ້ ໂດຍ​ສື່ມວ​ນ​ຊົນ​ສ.ເກົາ​ຫຼີ ລາຍ​ງານ​ວ່າ, ໜ່ວຍ​ງານ​ໄອ​ຍະ​ການ​ໄດ້​ຮຽກ​ສືບ​ຖາມ​ປະ​ທານ​ກຸ່ມ SK ໃນ​ວັນ​ເສົາ​ຜ່ານ​ມາ ເພື່ອ​ສືບ​ສວນ​ຄະ​ດີ​ສໍ້​ລາດ​ບັງຫຼວງ​ທີ່​ກ່ຽວ​ພັນ​ກັບ​ທ່ານ​ນາງ ປັກ​ກຸນ​ເຮ.

    ຂ່າວ​ແຈ້ງວ່າ, ອີງ​ຕາມ​ກົດ​ໝາຍ​ຂອງ​ສ.ເກົາຫຼີ, ​ບໍ່​ວ່າຈະ​ເປັນ​ບຸກ​ຄົນໃດ ຖ້າ​ກິນ​ສິນ​ບົນ 100 ລ້ານ​ໂດ​ລາ​ສ.ເກົາຫຼີ ກໍ​ຈະ​ຖືກ​ຕັດ​ອິດ​ສະຫຼະ​ພາບ 10 ປີ​ເປັນ​ຢ່າງ​ໜ້ອຍ ແລະ​ໜັກ​ກວ່ານັ້ນ​ຄື ຖືກ​ຕັດ​ອິດ​ສະ​ຫຼະ​ພາບ​ຕະຫຼອດ​ຊີ​ວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ