ທ່ານ ມາ​ຕິນ ຊູວ​ສ໌ ໄດ້​ຮັບ​ເລືອ​ກ​ຕັ້ງ​ເປັນ​ປະ​ທານ​ພັກ​ສັງ​ຄົມ​ປະ​ຊາ​ທິ​ປະ​ໄຕ​ເຢ​ຍ​ລະ​ມັນ
2017-03-20 16:22:09  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ພັກ​ສັງ​ຄົມ​ປະ​ຊາ​ທິ​ປະ​ໄຕ​ເຢຍ​ລະ​ມັນ ໄດ້​ໄຂ​ກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດໃນ​ວັນ​ທີ 19 ມີ​ນານີ້ ແລະ​ກອງ​ປະ​ຊຸມ​ກໍໄດ້​ເປັນ​ເອ​ກະ​ພາບ​ກັນ​ເລືອກ​ຕັ້ງ​ທ່ານ ມາ​ຕິນ ຊູວ​ສ໌ ອະ​ດີດ​ປະ​ທານ​ລັດ​ຖະ​ສະ​ພາ​ເອີ​ຣົບ ເປັນ​ປະ​ທານ​ພັກ ແລະ​ສົ່ງ​ທ່ານ​ລົງ​ສະ​ໝັກ​ຮັບເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ເຢຍ​ລະ​ມັນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກັນ​ຍາ​ປີນີ້​ໃນ​ນາມ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ຕົນ.

    ໃນ​ການ​ສຳຫຼວດ​ປະ​ຊາ​ມະ​ຕິ​ຫຼາຍ​ຄັ້ງ​ເມື່ອ​ມໍ່ໆ​ນີ້, ພັກ​ສັງ​ຄົມ​ປະ​ຊາ​ທິ​ປະ​ໄຕ​ແລະ​ສະ​ຫະ​ພັນ​ປະ​ຊາ​ທິ​ປະ​ໄຕ​ຄ​ຣິ​ສ​​ທີ່​ນຳ​ໂດຍ​ທ່ານ​ນາງ ອັນ​ເຈີ​ລາ ເມີ​ແຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ ມີ​ອິດ​ທິ​ພົນ​ເທົ່າ​ທຽມ​ກັນ. ແນວ​ໃດ​ກໍ​ດີ, ຫາງ​ສຽງ​ເຢຍ​ລະ​ມັນ​ມີ​ຄວາມ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ທ່ານ ຊູວ​ສ໌ ແມ່ນ​ຄູ່​ແຂ່ງ​ທີ່​ແຂງແກ່ນ​ຂອງ​ທ່ານ​ນາງ ເມີ​ແຄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ