ຕາມຂ່າວສານຊິນຮວາ: ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ເຣັກສ໌ ຕີເລີຊັນ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນເມື່ອວັນທີ 19 ມີນານີ້.
ໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ເນັ້ນວ່າ, ລະຫວ່າງຈີນກັບອາເມລິກາ, ຜົນປະໂຫຍດຮ່ວມກັນຈະໃຫຍ່ກວ່າຄວາມຂັດແຍ້ງກັນ, ການຮ່ວມມືແມ່ນການເລືອກທີ່ຖືກຕ້ອງພຽງໜຶ່ງດຽວເທົ່ານັ້ນ. ຈາກນີ້ ສອງຝ່າຍຄວນເບິ່ງສາຍພົວພັນສອງປະເທດຈາກຜົນປະໂຫຍດຍາວໄກແລະມຸມຍຸດທະສາດ, ເປີດກວ້າງຂົງເຂດການຮ່ວມມື ແລະບັນລຸຕ່າງຝ່າຍຕ່າງມີຜົນປະໂຫຍດ. ຂະນະດຽວກັນ, ຄວນສົ່ງເສີມແລະເປີດກວ້າງການໄປມາຫາສູ່ກັນດ້ວຍໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງຊາດ ເພື່ອຮັດແໜ້ນພື້ນຖານທາງສັງຄົມຂອງສາຍພົວພັນສອງປະເທດ.
ທ່ານ ຕີເລີຊັນ ໄດ້ຝາກຄວາມຖາມຂ່າວຂອງທ່ານປະທານາທິບໍດີ ໂດນັນ ທຣຳ ຕໍ່ທ່ານ ສີຈິ້ນຜິງ ແລະກ່າວວ່າ, ທ່ານປະທານາທິບໍດີທຣຳໃຫ້ຄວາມສຳຄັນສູງຕໍ່ການສົນທະນາທາງໂທລະສັບແລະການຕິດຕໍ່ພົວພັນກັບທ່ານປະທານ ສີຈິ້ນຜິງ ທັງຫວັງວ່າຈະສາມາດຈັດການພົບປະລະຫວ່າງປະມຸກລັດສອງປະເທດໂດຍໄວ ແລະມີໂອກາດຢ້ຽມຢາມຈີນ ເພື່ອກຳນົດທິດທາງໃຫ້ແກ່ການເສີມຂະຫຍາຍສາຍພົວພັນສອງປະເທດໃນ 50 ປີຂ້າງໜ້າ.
ໂອກາດນີ້, ທ່ານ ສີຈິ້ນຜິງ ໄດ້ຝາກຄວາມຖາມຂ່າວເຖິງປະທານປະນາທິບໍດີທຣຳ ໂດຍຜ່ານທ່ານ ຕີເລີຊັນແລະຍິນດີຕ້ອນຮັບການເດີນທາງມາຢ້ຽມຢາມຈີນ.