ແກນນຳ​ກຸ່ມ​ເສື້ອ​ແດງ​ໄທ​ປະຕິ​ເສດ​ເລື່ອງອາວຸດ​ທີ່​ທະຫານ​ຕຳຫຼວດຍຶດ​ໄດ້​
2017-03-21 11:17:44  cri 
ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ຢືນຢັນ​ກ່ອນ​ໜ້າ​ນີ້​ບໍ່​ດົນ​ວ່າ: ຫຼັງ​ໄດ້​ກວດ​ພົບ​ອາວຸດ​​ເປັນຈຳນວນຫຼາຍ​ຢູ່​​ເຮືອນ​ຂອງ​ທ່ານ​ວຸດ​ທິພົງ ​​ໂກສະທະ​ມະກຸນ  ​ແກນນຳ​ກຸ່ມ​ເສື້ອ​ແດງ​ຢູ່​ແຂວງ​ປາ​ທຸມ​ທານີ, ຜູ້ກ່ຽວ​ກໍໄດ້​ປະຕິ​ເສດ​ຜ່ານວີ​ດີ​ໂອ​ທັງ​ກ່າວ​ຫາວ່າ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ໃສ່​ຮ້າຍ​ປ້າຍ​ສີ​ຕົນ.

ທ່ານ​ວຸດ​ທິພົງ​ກ່າວ​ວ່າ, ​ຮູ້ສຶກ​ເສຍ​ໃຈ​ເມື່ອ​ເຫັນ​ຜູ້​ສະໜັບສະໜູນ​ຖືກ​ຈັບ​ແຕ່​ບໍ່​ສາມາດ​ຊ່ວຍ​ເຫຼືອ​ໄດ້ ​ແລະ​ກໍຕຳ​ໜິເຈົ້າ​ໜ້າ​ທີ່​ຕຳຫຼວດ​​ທີ່ເສກ​ສັນ​ປັ້ນ​ແຕ່ງ​​ເລື່ອງໃສ່​ຮ້າຍ​ຕົນ.

​ໂຄສົກລັດຖະບານ​ໄທ​ກ່າວ​ເນັ້ນ​ວ່າ: ອາວຸດ​ທີ່​ຍຶດ​ໄດ້​​ເຫຼົ່າ​ນີ້ບໍ່​ແມ່ນການສ້າງ​ພາບ​ຂອງ​ລັດຖະບານ​ທັງ​ບໍ່​ແມ່ນ​ການໃສ່​ຮ້າຍ​ປ້າຍ​ສີ ​ແລະ​ຢືນຢັນ​ວ່າທ່ານ​ນາຍົກ​ປຣະຍຸດ​ຈັນ​ໂອຊາ​ໄດ້​ຮຽກຮ້ອງ​ໃຫ້​​ເກັບ​ຫຼັກ​ຖານ​ຕື່ມ​ເພື່ອ​ສືບສວນ​ຫາ​ຄວາມ​ຈິ​ງທັງ​ດຳ​ເນີນ​ຄະດີຕາມ​ກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ