ທະນາຄານ​ໂລກຊ່ວຍ​ອາ​ຟຣິກກາ 57 ຕື້​ໂດ​ລາສະ​ລັດ
2017-03-21 11:18:56  cri 
ທະນາຄານ​ໂລກ​ປະກາດ​ໃນ​ວັນ​ທີ 19 ມີນາ​ນີ້​ວ່າ ​ໃນ 3 ປີ​ຕໍ່ໜ້າ,ຕົນ​ຈະ​ສະໜອງ​ທຶນ​ຊ່ວຍ​ເຫຼືອ​ເຂດ​ອາ​ຟຣິກກາ​ທິດ​ໃຕ້​ຊາ​ຮາ​ລາ​ 57 ຕື້​ໂດ​ລາ​ສະຫະລັດ.

ທ່ານ​ກິມຢົງ ຜູ້​ວ່າການ​ທະນາຄານ​ໂລກ​ອອກ​ຖະ​ແຫຼ​ງການ​ຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ແລະ​ຜູ້​ວ່າການ​ທະນາຄານ​ກາງ​ກຸ່ມ​ຈີ20​ຢູ່ບາ​ແດນ​ບາ​ແດນ​ເຢຍລະ​ມັນວ່າ: ທຶນ​ຊ່ວຍ​ເຫຼືອ ​ດັ່ງກ່າວ​ຈະ​ເລີ່​ມປະຕິບັດ​ແຕ່​ເດືອນ​ກໍລະກົດ​ປີ​ນີ້​ເປັນ​ຕົ້ນ​ໄປ ​ໂດຍ​​ເນັ້ນ​ໃສ່​ຂົງ​ເຂດ​ການ​ສຶກສາ,ກະສິກຳ,ສາທາລະນະ​ສຸກ, ພື້ນຖານ​ໂຄງ​ລ່າງ​ແລະ​ອື່ນໆ.

ຕາມ​ແຜນການ, ທຶນ​ຊ່ວຍ​ເຫຼືອ​ສ່ວນ​ໃຫຍ່​​ໄດ້ຈາກ​ສະມາຄົມ​ພັດທະນາ​ສາກົນ​ທີ່​ຂຶ້ນ​ກັບ​ທະນາຄານ​ໂລກ ​ເຊິ່ງໜ້າ​ທີ່​ຕົ້ນ​ຕໍ​ຂອງ​ສະມາຄົມ​ດັ່ງກ່າວ​ຄືຮັບຜິດຊອບ​ປ່ອຍ​ເງິນ​ກູ້​ດອກ​ເບັ້ຍ​ຕ່ຳ​ຫຼື​ບໍ່​ມີດ​ອກ​ເບັ້ຍ​ພ້ອມ​ດ້ວຍ​ເງິນ​ບໍລິຈາກ​ໃຫ້​ປະ​ເທດ​ດ້ອຍ​ພັດທະນາ​ທີ່​ສຸດ ​ໂດຍ​ຈະສະໜັບສະໜູນ​ຂົງ​ເຂດ​ການ​ສຶກສາ, ພື້ນຖານ​ໂຄງ​ລ່າງ, ກະສິກຳ​ແລະ​ອື່ນໆ​ເປນ​ສະ​ເພາະ​ແລະໃນ​ນີ້ ທຶນປະມານ 50%ຈະ​​ຊ່ວຍ​ເຫຼືອປະ​ເທດ​​ອາ​ຟຣິກກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ