ເລັ່ງກໍ່ສ້າ​ງ "​ເສັ້ນທາງ​ສາຍ​ໄໝ​ຂໍ້​ມູນ​ຂ່າວສານ"​ຈີນ-ອາ​ຊຽນ
2017-03-21 11:47:55  cri 
ອົງການ​ປົກຄອງ​ເມືອງ​ນານ​ນິງ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ສປ ຈີນ​​ເປີດ​ເຜີຍ​ໃນ​ວັນ​ທີ 20 ມີນາ​ນີ້​ວ່າ ​ເມືອງຕົນ​ໄດ້​ເປີດ​ການ​ກໍ່ສ້າງ​ສູນ​ກາງ​ຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນປະຈຳ​ນານ​ນິງຢ່າງ​ຮອບດ້ານແລະ​ໃນປີ​ນີ້, ກໍຈະ​ເອົາ​ໃຈ​ໃສ່​ຫ້າງ​ຫາ​ກະກຽມ​ກໍ່ສ້າງ​ໂຄງການ​​ໃຫຍ່​ຕ່າງໆ​ເປັນ​ຕົ້ນ ​ສູນປະສານ​ງານປະດິດ​ສ້າງ​ຕົວ​ເມືອງ​ທັນ​ສະ​ໄໝ​ຮອບດ້ານຈີນ-ອາ​ຊຽນ, ສູນ​ຂໍ້​ມູນ​ໃຫຍ່ຈີນ-ອາ​ຊຽນ​ແລະ​ອື່ນໆ​ເພື່ອ​ສູ້​ຊົນ​ສ້າງສູນກາງ​ຂໍ້​ມູນ​ຂ່າວສານ​ຈີນ-ອາ​ຊຽນປະຈຳ​ນານ​ນິງ​ໃຫ້​ເປັນ​ຮູບ​ປະ​ທຳ.

ການກໍ່ສ້າງ​ສູນ​ຂໍ້​ມູນ​ຂ່າວສານ​ຈີນ-ອາ​ຊຽນ​ເປັນ​ໂຄງການ​ສັນຍະລັກ​ແຫ່ງ​ການ​ກໍ່ສ້າງ​ຄູ່​ຮ່ວມ​ຊະ​ຕາ​ກຳ​ຈີນ-ອາ​ຊຽນ. ​ແລະ​ສູນ​ດັ່ງກ່າວ​ຈະ​ອີງ​ໃສ່​ເຂດ​ກວາງຊີ ທັງ​ຮ່ວມ​ກັບ​ອາ​ຊຽນສ້າງ​5​ເວທີ​ໃຫຍ່​ຄືພື້ນຖານ​ໂຄງ​ລ່າງ, ຮ່ວມ​ກັນ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານ,ການ​ຮ່ວມ​ມື​ດ້ານ​ເຕັກນິກ, ການ​ບໍລິການ​ການ​ລົງທຶນ​ແລະ​​ເສດຖະກິດ​ການ​ຄ້າ, ການ​ແລກປ່ຽນ​ດ້ານວັດທະນະ​ທຳ ​ເພື່ອ​ຮັບ​ໃຊ້​ການ​ກໍ່ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາ​ງທະ​ເລ​ໃນ​5​ດ້ານ​ຄື​ເພີ່ມ​ການ​ປະສານ​ງານ​ທາງ​ນະ​ໂຍບາຍ,ການ​ເຊື່ອມ​ຈອດ​ເສັ້ນທາງ,ຄວາມ​ສະດວກ​ສະບາຍ​ຂອງ​ການ​ຄ້າ​, ຄວາມ​ຄ່ອງ​ຕົວ​ຂອງ​​ເງິນຕາ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ.

ອົງການ​ປົກຄອງ​ເມືອງ​ນານ​ນິງຖະ​ແຫຼ​ງວ່າ, ປັດຈຸບັນ ​ເມືອງ​ຕົນ​ກຳລັງ​ກໍ່ສ້າງ​ໂຄງການ​ໃຫຍ່ 64 ​ໂຄງການ,ລົງທຶນ​ລວມທັງ​ໝົດ 6 ຕື້ 650 ລ້ານ​ໂດ​ລາ​ສະຫະລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ