ຈີນ​ແລະ​ອາ​ເມ​ລິ​ກາກະກຽມ​ໃຫ້​ແກ່​ການ​ພົບ​ປະຂອງປະມຸກ​ລັດ​​ສອງ​ປະ​ເທດ
2017-03-21 11:51:29  cri 
ວັນ​ທີ 20 ມີນາ​ນີ້, ທ່ານ​ນາງ ຮວ້າຊຸ່ນຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ​ໃນ​ໄລຍະ​ທີ່ທ່ານ​ເຣັກສ໌ ຕີວ​ເລີ​ຊັນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາຢ້ຽມຢາມ​ຈີນ​ນັ້ນ, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກັນຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການຈັດ​​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ຂອງ​ສອງ​ປະ​ເທດ​ໃນ​ມໍ່​ໆ​ນີ້ ​ໂດຍ​ໄດ້​ກະກຽມ​ວຽກ​ຕ່າງໆ.

​​ໃນ​ການ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ນາງ ຮວ້າຊຸ່ນຢີງ ​ໄດ້​ຕອບນັກ​ຂ່າວ​ວ່າ: ຈີນ​ແລະ​ອາ​ເມ​ລິ​ກາ​ລ້ວນ​ແຕ່​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ແລະ​ຂັ້ນ​ຕ່າງໆ​ຂອງ​ສອງ​ປະ​ເທດ. ຂະນະ​ທີ່​ໃນ​ໄລຍະ​ທ່ານ​ຕີວ​ເລີ​ຊັນຢ້ຽມຢາມ​ຈີນ​ນັ້ນ, ສອງ​ຝ່າຍ​ໄດ້ ​ປຶກສາ​ຫາລື​ກັນຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການຈັດ​​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ຂອງ​ສອງ​ປະ​ເທດ​ໃນ​​ມໍ່​ໆ​ນີ້ລວມທັງ​ໄດ້​ກະກຽມ​ວຽກ​ຕ່າງໆ​ແລ້ວ. ນອກ​ນີ້ສອງ​ຝ່າຍຍັງ​ໄດ້​ເຫັນ​ດີ​ຮັກສາ​ການພົວພັນ​ຢ່າງ​ໃກ້ຊິດ​​ໃນເລື່ອງ​ນີ້ ​ເພື່ອ​ຮັບປະກັນ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະມຸກ​ລັດ​ແລະ​ຂັ້ນ​ຕ່າງໆ​ຂອງ​ສອງ​ປະ​ເທດ​ດ້ວຍ​ຄວາມ​ສະດວກ​ແລະປະສົບຜົນສຳ​ເລັດທັງ​ໄດ້​ຮັບ​ໝາກຜົນ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ