ປີຜ່ານມາ ຢຸນນານ​ບັນລຸມູນ​ຄ່າ​ການ​ສົ່ງ​ອອກ​​ແລະ​ນຳ​ເຂົ້າ​ເຖິງ 13 ຕື້ 890 ລ້ານ​ໂດ​ລາ​ສະຫະລັດ
2017-03-21 14:44:09  cri 
​ເຈົ້າ​ໜ້າ​ທີ່ຫ້ອງການດ່ານ​​ເຂົ້າ​ອອກ​ເມືອງ​​ພະ​ແນ​ກການ​ຄ້າແຂວງ​ຢຸນນານ​ຈີນ​ໃຫ້​ສຳພາດ​ນັກ​ຂ່າວ​ໃນ​ວັນ​ທີ 20 ມີນາ​ນີ້​ວ່າ: ປີ 2016, ດ່ານ​ຂອງ​ຕົນ​ສາມາດ​ບັນລຸມູນ​ຄ່າ​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າເຖິງ 13 ຕື້ 890 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 0,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງປີ 2015 ​ແລະ ຜົນງານ​ທີ່​ພົ້ນ​ເດັ່ນ​ກໍ​ຄື​ການ​ນຳ​ເຂົ້າ​ອຸປະກອນ​ຮັບ​ໃຊ້​ໂຄງການ​ອາຍ​ແກັສທຳ​ມະ​ຊາດ​ລະຫວ່າງ​ຈີນ-ມຽນມາ​ຈາກ​ດ່ານຣຸ້ຍລີ້ 2 ລ້ານ 8 ​ແສນ 6 ໝື່ນ​ໂຕນ ສາມາດ​ສ້າງມູນ​ຄ່າ​ການ​ນຳ​ເຂົ້າ​​ໄດ້​ເຖິງ 1 ຕື້ 330 ລ້ານ​ໂດ​ລາ​ສະຫະລັດ.

​ໃນ​ 25 ດ່ານ​ທົ່ວ​ແຂວງ​ຢຸນນານ, ດ່ານ​​ເຂົ້າ​ອອກ​ເມືອງ​​ໂຕ​ແບບທີ່​ສຳຄັນ​ໄດ້​ມີ​ບົດບາດຕໍ່​ການ​ພັດທະນາ​ຢ່າງ​ຈະ​ແຈ້ງ ​ໂດຍ​ໃນ ​ 5 ດ່ານ​ເຂົ້າອອກ​ເມືອງ​ເຊັ່ນ​ດ່ານຣຸ້ຍລີ້(ຈີນ-ມຽນມາ), ດ່ານ​ເຮີ​ໂຂ້ວ(ຈີນ-ຫວຽດນາມ), ດ້ານ​ບໍ່​ຫານ(ຈີນ-ລາວ), ດ່ານ​ເມີ້​ງລຽນ(ຈີນ-ມຽນມາ)​ ​ແລະ​ສະໜາມ​ບິນສາງ​ສຸຍ​ຄຸນ​ໝິງ,ສາມາດ​ກວມ​ເອົາມູນ​ຄ່າ​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າຂອງ​ດ່ານ​ເຂົ້າ​ອອກ​ເມືອງ​​​ແຂວງ​ຢຸນນານ​ເຖິງ 70%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ