ເກີດ​ເຫດຍິງ​ຕຳຫຼວດ​ຢູ່​ເມືອງ​ເຕັມ​ໂປ​ລັດ​ກາລີ​ຟໍ​ເນຍສະຫະລັດອາ​ເມ​ລິ​ກາ
2017-03-21 14:44:50  cri 
ຕອນ​ເຊົ້າ​ວັນ​ທີ 20 ມີນາ​ນີ້, ຢູ່​ເມືອງ​ເຕັມ​ໂປ​​ແຂວງ​ລອສ ​ແອ​ງເຈີລິ​ສລັດ​ກາລີ​ຟໍ​ເນ​ຍສະຫະລັດ​ອາ​ເມ​ລິ​ກາ​ໄດ້​ເກີດ​ເຫດ​ຍິງ​ຕຳຫຼວດ​ຄົນ​ໜຶ່ງ, ຂະນະ​ທີ່​ຊາຍ​ຜູ້​ກໍ່​ເຫດໄດ້​ເສຍ​ຊີວິດ​ຫຼັງຍິງ​ປະ​ທະ​ກັບ​ຕຳຫຼວດ​ຢູ່​ນອກ​ສະຖານີ​ຕຳຫຼວດ​.

ຕາມ​ຂ່າວ​ແຈ້ງວ່າ,ນີ້​ຄື​ຕຳຫຼວດ​​ທ້ອງ​ຖິ່ນ​ລາຍ​ທີ 3 ​ທີ່​ຖືກ​ຍິງ​ຕາຍໃນ​ເວລາ 12 ຊົ່ວ​ໂມງ ​ໂດຍ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທ້ອງ​ຖິ່ນ​ໄດ້​ໃຫ້​ຄວາມ​ສຳຄັນສູງ​ຕໍ່​ເຫດການ​ດັ່ງກ່າວ.

ສື່​ມວນ​ຊົນ​ແຂວງ​ລອສ ​ແອ​ງ​ເຈີ​ລິ​ສລາຍ​ງານ​ວ່າ: ​ເວລາ 22 ​ໂມງ 30 ນາທີ​ຂອງ​ວັນ​ທີ 19 ມີນາ​ນີ້, ຕຳຫຼວດ​ໄດ້​ຍິງ​ປະ​ທະ​ກັບ​ຜູ້​ຕ້ອງ​ສົງ​ໄສ​ຢູ່​ຫາດ​ຊາຍ​ທະ​ເລ​ຮັນ​ຕັງ​ຕັນ​ແລະ​ໃນ​ເວລາ 3 ​ໂມງ​ຂອງ​ວັນ​ທີ 20 ​ເດືອນ​ດຽວ​ກັນ, ຕຳຫຼວດ​ໄດ້​ຖືກ​ຍິງ​ຢູ່​ໃກ້​ທາງ​ແຍກ​ແຫ່ງ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ