ຣັດ​ເຊຍ​ຫົວ​ດີ​ຈັດ​ແຂ່ງລົດ​ກັນ​ຊົນເພື່ອ​ເຕືອນ​ໃຫ້​ຂັບ​ຂີ່ປອດ​ໄພ
2017-03-21 16:54:37  cri 

 

ວັນ​ທີ 18 ມີນາ​ນີ້​, ຢູ່​ລານໄຕ່​ນ້ຳກ້ອນ​ກາງ​ແຈ້ງ​ແຫ່ງ​ໜຶ່ງ​ໃນ​ເມືອງ​ເຢຄາ​ເຕຣິນ​ເບີກ​ ປະ​ເທດຣັດ​ເຊຍ​ໄດ້​ຈັດການ​ແຂ່ງຂັນ​ລົດ​ກັນ​ຊົນ​​ເທິງ​ນ້ຳກ້ອນ​ເປັນ​ເທື່ອ​ທຳອິດ​ໂດຍ​ມີ 4 ທີ​ມ​ເຂົ້າ​ຮ່ວມ. ​ຄວາມ​ຄິດ​ແຂ່ງຂັນ​ດັ່ງກ່າວ​ເກີດ​ຂຶ້ນ​ຫຼັງ​ຊຸມ​ປີ​ມໍ່ໆ​ມາ​ນີ້ຢູ່ເມືອງນີ້ໄດ້​ເກີດ​ອຸບັດ​ເຫດ​ບົນ​ເສັ້ນທາງ​ນ້ຳກ້າມ, ຈາກ​ນີ້,ບໍລິສັດ​ປະກັນ​ໄພ​​ແຫ່ງ​ໜຶ່ງ​ຈິ່ງ​ເກີດ​ຫົວຄິດ​ຈັດການ​ແຂ່ງ​ຂັນເທື່ອ​ນີ້ຂຶ້ນ​ເພື່ອ​​ໃຫ້​ຜູ້​ເຂົ້າ​ຮ່ວມ​ສາມາດ​ສຳຜັດ​ກັບ​ຄວາມ​ຮູ້ສຶກ​ທີ່​ບໍ່​ສາມາດ​ຄຸມ​​ໂຕ​ເອງ​ໄດ້​ໃນ​ຂະນະຂັບ​ລົດ​ຢູ່​ເທິງ​ນ້ຳກ້ອນ ທັງ​ເຕືອນ​ຜູ້​ຂັບ​ຂີ່​ໃຫ້​ຂັບ​ລົດ​ດ້ວຍ​ສະຕິ​ລະວັງຕົວ​ໃນ​ທ່າມກາງ​ຫິມະ​ຕົກ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ