ຮອງ​ນາຍົກ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປຶກສາ​ຫາລື​ອາຊີ​​ໂປ​ອາວ
2017-03-21 11:31:34  cri 
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ:ທ່ານ​ນາງ​ຮວ້າຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ກ່າວ​ໃນ​ວັນ​ທີ 20 ມີນາ​ນີ້​ວ່າ,ທ່ານ​ຈ່າງ​ກ່າວ​ລີ້ ຮອງ​ນາຍົກລັດຖະມົນຕີຈີນຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ປະຈຳປີ 2017 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫ​ຫຼຳປະ​ເທດ​ຈີນ​ໃນ​ວັນ​ທີ 25 ມີນາ​ນີ້​ຕາມ​ຄຳ​ເຊື້ອ​ເຊີນ.
ປະທາ​ນາ​ທິບໍດີ​ມາດາ​ກາສກາ,ປະທານາທິບໍດີ​ມິ​ໂກຣນີ​ເຊຍ,ນາຍົກລັດຖະມົນຕີ​ເນ​ປານ,ປະທານ​ສະພາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າອາ​ຟກາ​ນິສະຖານ,ຮອງ​ປະທານາທິບໍດີ​ມຽນມາ​ແລະ​ບຸກຄົນ​ການ​ເມືອງ​ຕ່າງປະ​ເທດ​ຫຼາຍທ່ານ​ກໍ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ